ຮັບສະໝັກອາສາສະໝັກ: ຜູ້ຊ່ວຍໂຄງການ ແລະ ບໍລິຫານ
ອົງການ ARMI (Association for Rural Mobilisation and Improvement), ອົງການຈັດຕັ້ງສັງຄົມລາວທີ່ເຮັດວຽກເພື່ອຍົກສູງຄຸນນະພາບຊີວິດຂອງຊຸມຊົນໃນເຂດຊົນນະບົດ, ມີຄວາມຍິນດີປະກາດຮັບສະໝັກອາສາສະໝັກໃນຕຳແໜ່ງ ຜູ້ຊ່ວຍໂຄງການ ແລະ ບໍລິຫານ ຈຳນວນ 2 ຕຳແໜ່ງ.ຜູ້ທີ່ຖືກຄັດເລືອກຈະໄດ້ປະຈຳການຢູ່ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ເປັນໄລຍະເວລາ 6 ເດືອນ
ລາຍລະອຽດໜ້າວຽກ:
ອາສາສະໝັກຈະມີສ່ວນຮ່ວມໃນການສະໜັບສະໜູນວຽກງານຕ່າງໆຂອງໂຄງການ, ລວມທັງ:
-
ຊ່ວຍເຫຼືອວຽກງານດ້ານໂຄງການ ແລະ ການບໍລິຫານທົ່ວໄປ
-
ມີສ່ວນຮ່ວມໃນການຈັດຕັ້ງ ແລະ ປະສານງານກິດຈະກຳຕ່າງໆ
-
ຊ່ວຍເຫຼືອໃນການເກັບກຳຂໍ້ມູນທີ່ຈຳເປັນສຳລັບໂຄງການ
-
ປະຕິບັດໜ້າວຽກອື່ນໆຕາມການມອບໝາຍ
ເງື່ອນໄຂ ແລະ ສະຫວັດດີການ:
-
ເງິນສະໜັບສະໜູນລາຍເດືອນ 2,500,000 ກີບ
-
ສະໜອງໂທລະສັບສຳລັບການປະຕິບັດວຽກງານ
-
ໃນກໍລະນີທີ່ຕ້ອງເດີນທາງໄປປະຕິບັດວຽກງານຢູ່ຕ່າງແຂວງ, ທາງໂຄງການຈະຮັບຜິດຊອບຄ່າເດີນທາງ ແລະ ຄ່າທີ່ພັກ
ຄຸນສົມບັດຜູ້ສະໝັກ:
-
ຈົບການສຶກສາລະດັບປະລິນຍາຕີ ໃນສາຂາບໍລິຫານການເງິນ-ການບັນຊີ ຫຼື ບໍລິຫານທຸລະກິດ
-
ສັນຊາດລາວ, ອາຍຸບໍ່ເກີນ 35 ປີ
-
ມີທັກສະໃນການນຳໃຊ້ຄອມພິວເຕີ (Microsoft Word, Excel, PowerPoint, Email)
-
ມີຄວາມອົດທົນ, ກະຕືລືລົ້ນໃນການຮຽນຮູ້ສິ່ງໃໝ່ໆ ແລະ ມີຈິດໃຈອາສາ
ອົງການ ARMI ເປີດກວ້າງໃຫ້ບຸກຄົນທຸກເພດ, ຄົນພິການ ແລະ ຜູ້ສະໝັກຈາກກຸ່ມຊົນເຜົ່າຕ່າງໆ.[3]
ຂັ້ນຕອນການສະໝັກ:
ຜູ້ທີ່ສົນໃຈກະລຸນາສົ່ງເອກະສານດັ່ງລຸ່ມນີ້:
-
ປະຫວັດຫຍໍ້ (CV)
-
ຈົດໝາຍສະແດງຄວາມສົນໃຈ (Cover Letter) (ຖ້າມີ)
ມາທີ່ອີເມວ: pavina@armi.la ຫຼື ທາງ WhatsApp: +5682098587086 (ສາມາດຕິດຕໍ່ໄດ້ໃນເວລາລັດຖະການ).
ປິດຮັບສະໝັກວັນທີ 5 ກັນຍາ 2025, ເວລາ 17:00 ໂມງ.
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການ ARMI, ສາມາດເຂົ້າເບິ່ງໄດ້ທີ່ເວັບໄຊທ໌ www.armi.la.