ມູນນິທິເຊມາອູນ (SMUF) ເປັນມູນນິທິທີ່ບໍ່ຫວັງຜົນກຳໄລສ້າງຕັ້ງຂຶ້ນໃນປີ 2012 ໂດຍແຂວງກີຢອງຊັງບຸກ-ໂດ, ສ. ເກົາຫຼີ. ນັບຕັ້ງແຕ່ປີ 2016 ພວກເຮົາໄດ້ດຳເນີນໂຄງການພັດທະນາບ້ານຕົວແບບເຊມາອູນ ເພື່ອເພີ່ມລາຍຮັບທາງດ້ານກະສິກຳ ແລະ ປັບປຸງຄຸນນະພາບຊີວິດໃນຂົງເຂດຊົນນະບົດ ທີ່ ສປປ ລາວ.