![]()
ຄວາມເປັນມາຂອງອົງການຈັດຕັ້ງ
JSI Research & Training Institute, Inc. (JSI) ແມ່ນອົງການສາກົນທີ່ບໍ່ຫວັງຜົນກຳໄລ ເຊິ່ງຕັ້ງຢູ່ສະຫະລັດ. JSI ເຮັດວຽກຢ່າງກວ້າງຂວາງກັບກະຊວງສາທາລະນະສຸກ ສປປ ລາວ ແລະ ຜູ້ໃຫ້ບໍລິການດ້ານສາທາລະນະສຸກເພື່ອຂະຫຍາຍການເຂົ້າເຖິງການບໍລິການດ້ານສຸຂະພາບດ້ານການຊ່ວຍຊີວິດ. JSI ມຸ່ງໝັ້ນທີ່ຈະປັບປຸງດ້ານສຸຂະພາບຂອງປະຊາກອນໂດຍຜ່ານວິທີການໃໝ່ໃນຂົງເຂດສາທາລະນະສຸກ, ລວມທັງສຸຂະພາບແມ່ ແລະ ເດັກແລະໂພຊະນາການ ແລະ ຂໍ້ມູນຍຸດທະສາດ ແລະ ການຄຸ້ມຄອງລະບົບຕ່ອງໂສ້ການສະໜອງ.
ໂຄງການສ້າງຄວາມເຂັ້ມແຂງດ້ານສຸຂະພາບແມ່ ແລະ ໂພຊະນາການ (LMCHN) ໃນ 5 ແຂວງຂອງ ສປປ ລາວ ແມ່ນໂຄງການທີ່ໄດ້ຮັບທຶນຈາກສະຫະລັດ ເປັນເວລາ 5 ປີ ໂດຍມີເປົ້າໝາຍເພື່ອຕໍ່ຍອດຈາກການລົງທຶນກ່ອນໜ້ານີ້ຂອງສະຫະລັດ ແລະ ລັດຖະບານລາວ ທີ່ຜ່ານມາ ເພື່ອປັບປຸງຜົນໄດ້ຮັບດ້ານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການທີ່ເປັນບູລິມະສິດໃນເຂດເປົ້າໝາຍຂອງ ສປປ ລາວ.
ຕຳແໜ່ງ: ວິຊາການສຸຂະພາບແມ່ຂັ້ນແຂວງ
ລາຍງານຫາ: ຜູ້ຈັດການໂຄງການຂັ້ນແຂວງ
ສະຖານທີ່: ເເຂວງ ສະຫວັນນະເຂດ
ສັງລວມໜ້າວຽກ
ວິຊາການສຸຂະພາບ ສຸຂະພາບແມ່ຂັ້ນແຂວງ ແມ່ນຕຳແໜ່ງພະນັກງານເຮັດວຽກເຕັມເວລາຂອງໂຄງການ LMNCH. ໜ້າທີ່ຮັບຜິດຊອບຫຼັກຂອງຕຳແໜ່ງນີ້ ແມ່ນຄຸ້ມຄອງການຈັດຕັ້ງປະຕີບັດກິດຈະກຳ ວຽກງານ ສຸຂະພາບແມ່ຂອງໂຄງການ LMNCH ໃນຂັ້ນແຂວງ ແລະ ເມືອງ. ວິຊາການ ສຸຂະພາບແມ່ຂັ້ນແຂວງ ຈະຕ້ອງໄດ້ສ້າງ ແລະ ຮັກສາສາຍພົວພັນກັບຜູ້ບໍລິຫານໃນຂະແໜງການສາທາລະນະສຸກໃນພື້ນທີ່ຂອງໂຄງການ ເພື່ອສະ ໜັບສະໜູນການສະໜອງການຊ່ວຍຊີວິດໃຫ້ແກ່ແມ່ຍິງຖືພາ ແລະ ຫຼັງເກີດ ແລະ ເດັກນ້ອຍ. ເຮັດວຽກຢ່າງໃກ້ຊິດຮ່ວມກັບຄູ່ຮ່ວມງານໃນຂັ້ນແຂວງ ແລະ ເມືອງ, ຫ້ອງການສາທາລະນະສຸກ, ໂຮງໝໍ ແລະ ສຸກສາລາເພື່ອຮັບປະກັນການຮ່ວມມື ແລະ ຄວາມກົມກຽວໃນກິດຈະກຳ. ເຮັດວຽກໃກ້ຊິດກັບທີມງານວິຊາການ ໃນການປະຕິບັດກິດຈະກຳຂອງໂຄງການ.
ຄວາມຮັບຜິດຊອບ ແລະ ໜ້າວຽກຫຼັກ
ຈັດຕັ້ງປະຕິບັດແຜນງານ, ຕິດຕາມ ແລະ ລາຍງານ
- ຢູ່ພາຍໃຕ້ການຊີ້ນຳຂອງຜູ້ຈັດການໂຄງການຂັ້ນແຂວງ, ຮັບຜິດຊອບການຈັດຕັ້ງປະຕິບັດກິດຈະກຳ ວຽກງານສຸຂະພາບແມ່ ແລະ ເດັກເກີດໃໝ່ຂອງໂຄງການຢູ່ຂັ້ນແຂວງ ແລະ ເມືອງ ຢ່າງມີປະສິດທິຜົນ.
- ດ້ວຍການເຮັດວຽກກັບຜູ້ຈັດການໂຄງການຂັ້ນແຂວງ, ໃນການນຳພາຈັດຕັ້ງປະຕິບັດ: (i) ການທົບທວນຄືນການເສຍຊີວິດຂອງແມ່ ແລະ ລູກ; (ii) ການຊ່ວຍເຫຼືອແພດໝໍ, ຜະດຸງຄັນ ແລະ ພະຍາບານ ເພື່ອໃຫ້ບໍລິການແມ່ ແລະ ເດັກເກີດໃໝ່ທີ່ສຳຄັນຢູ່ໂຮງໝໍແຂວງ.
- ສະໜັບສະໜູນຜູ້ຈັດການໂຄງການຂັ້ນແຂວງ ແລະ ວິຊາການດ້ານສຸຂະພາບເດັກ ແລະ ໂພຊະນາການຂັ້ນແຂວງ, ໃນການຈັດຕັ້ງປະຕິບັດ: (i) ການຝຶກອົບຮົມໃຫ້ກັບພະນັກງານສາທາລະນະສຸກຂັ້ນເມືອງ ທີ່ກ່ຽວຂ້ອງກັບທັກສະການປິ່ນປົວ ແລະ ເບິ່ງແຍງແມ່ ແລະ ເດັກນ້ອຍເກີດໃຫມ່ຢູ່ໂຮງໝໍແຂວງ (ii) ການວາງແຜນຈຸນລະພາກໃນຂອບເຂດທົ່ວເມືອງເພື່ອສັກຢາກັນພະຍາດ ແລະ (iii) ສະໜັບສະໜູນ ແລະ ຕິດຕາມຊຸກຍູ້ສຳລັບການຄຸ້ມຄອງເດັກນ້ອຍຂາດສານອາຫານກະທັນຫັນແບບເຊື່ອມສານ.
- ດໍາເນີນການລົງຕິດຕາມຢ້ຽມຢາມເຊື່ອມສານກັບຄູ່ຮ່ວມງານພາກລັດ.
- ສະໜັບສະໜູນ ຫົວໜ້າວິຊາການປະຈຳແຂວງ ໃນການສ້າງແຜນວຽກຂອງແຂວງ ແລະ ຖ້າຫາກວ່າເໝາະສົມ, ສົ່ງບົດລາຍງານການຕິດຕາມກວດກາປະຈຳເດືອນ, ໄຕມາດ ແລະ ປະຈຳປີ.
- ຕິດຕາມກິດຈະກຳ ໂດຍປະສານສົມທົບກັບພະນັກງານນຳພາດ້ານວິຊາການໂຄງການຂັ້ນແຂວງ ແລະ ອຳນາດການປົກຄອງເມືອງ ແລະ ກໍານົດຄວາມສ່ຽງຕໍ່ການຈັດຕັ້ງປະຕິບັດກິດຈະກຳ, ແຈ້ງໃຫ້ທີມງານແຂວງຮັບຮູ້;
- ອັບເດດຄວາມຮູ້ໃໝ່ໆໃນທຸກຂົງເຂດເຕັກນິກທີ່ກ່ຽວຂ້ອງ.
ເປັນຕົວແທນ, ເຄືອຄ່າຍ ແລະ ການເຮັດວຽກເປັນທີມ
- ເປັນຕົວແທນໃຫ້ໂຄງການເຂົ້າຮ່ວມກອງປະຊຸມດ້ານວິຊາການຂອງເມືອງ ແລະ ສ້າງ ແລະ ຮັກສາສາຍພົວພັນການເຮັດວຽກໃຫ້ປະສົບຜົນສໍາເລັດ.
- ໃຫ້ຄຳແນະນຳແກ່ເພື່ອນຮ່ວມງານທີ່ຢູ່ຂັ້ນເມືອງ ໃນວຽກງານສຸຂະພາບແມ່ ແລະ ສຸຂະພາບຈະເລີນພັນ .
- ເຮັດວຽກຮ່ວມກັນກັບສະມາຊິກຄົນອື່ນໆຂອງທີມງານຂັ້ນແຂວງ ການມີສ່ວນຮ່ວມໃນສະພາບແວດລ້ອມທີ່ມີການແບ່ງປັນ, ການໂຕ້ວາທີດ້ານວິຊາການ, ນະວັດຕະກໍາ ແລະ ການຮຽນຮູ້ເປັນສ່ວນຫນຶ່ງຂອງໜ້າວຽກປະຈໍາວັນ.
- ປະຕິບັດພາລະບົດບາດ ແລະ ຄວາມຮັບຜິດຊອບອື່ນໆ ຕາມການມອບໝາຍຂອງຫົວໜ້າວິຊາການຂັ້ນແຂວງ.
- ຮັບປະກັນວ່າໃນໜ້າທີ່ວຽກງານຂອງທ່ານ, ທ່ານຮັບຮູ້ເຖິງຫຼັກການ ແລະ ແນວທາງການປົກປ້ອງເດັກນ້ອຍ ແລະ ນຳໃຊ້ມັນເຂົ້າໃນວຽກງານປະຈຳວັນຂອງທ່ານທີ່ທ່ານພົວພັນກັບຊຸມຊົນ ແລະ ເດັກນ້ອຍ.
- ຮັບປະກັນການສົ່ງເສີມການປະຕິບັດທີ່ປອດໄພຕໍ່ເດັກ ແລະ ການຫຼຸດຜ່ອນ, ການປ້ອງກັນ ແລະ ການລາຍງານການລະເມີດທີ່ເກີດຂຶ້ນກັບເດັກນ້ອຍເພື່ອຮັບປະກັນການປະຕິບັດຕາມກົດລະບຽບ.
ຄຸນວຸດທິ
- ປະລິນຍາຕີວິທະຍາສາດການແພດ ເຊັ່ນ:ການພະຍາບານ ແລະ ຜະດຸງຄັນ.
- ປະສົບການເຮັດວຽກ 2 ປີ ໃນສະຖານທີ່ໃຫ້ບໍລິການດ້ານສຸຂະພາບຂອງລັດ ຫຼື ໃນໂຄງການສຸຂະພາບແມ່ ແລະ ເດັກ ຫຼື ໂພຊະນາການ.
- ທັກສະການສື່ສານດ້ານການເວົ້າ ແລະ ຂຽນ ດີເລີດ.
- ມີປະສົບການໃນການດໍາເນີນການຝຶກອົບຮົມ ແລະ ກິດຈະກຳຊຸກຍູ້.
- ມີຄວາມສາມາດເຮັດວຽກເປັນສ່ວນໜຶ່ງຂອງທີມທີ່ມີຄວາມຫຼາກຫຼາຍ.
- ສາມາດໃຊ້ເວລາເຮັດວຽກ 40-50 % ຢູ່ພາກສະໜາມ ເພື່ອສະໜັບສະໜູນທີມງານໂຄງການຂັ້ນເມືອງ.
JSI ໃຫ້ໂອກາດເທົ່າທຽມກັນ; ນາຍຈ້າງທີ່ໃຫ້ຄວາມມຸ່ງໝັ້ນໃຫ້ມີຄວາມຫຼາກຫຼາຍໃນບ່ອນເຮັດວຽກ. ພວກເຮົາມຸ່ງຫມັ້ນທີ່ຈະສະໜອງໂອກາດການຈ້າງງານເທົ່າທຽມກັນສໍາລັບຜູ້ສະໝັກ ແລະ ພະນັກງານທີ່ມີຄຸນວຸດທິທັງໝົດໂດຍບໍ່ຄໍານຶງເຖິງອາຍຸ, ເຊື້ອຊາດ, ສີຜິວ, ຊາດກໍາເນີດ, ເຊື້ອສາຍ, ສາສະໜາ, ຄວາມເຊື່ອ, ເພດ, ຄວາມພິການ, ສະຖານະການແຕ່ງງານ, ອັດຕະລັກທາງເພດ, ຄວາມມັກທາງເພດ, ຂໍ້ມູນພັນທຸກໍາ, ຄວາມກ່ຽວຂ້ອງທາງດ້ານການເມືອງ , ສະຖານະຂອງການຖືເຊື້ອ HIV ຫຼື ສະຖານະພາບນັກຮົບເກົ່າທີ່ໄດ້ຮັບການປົກປ້ອງ ໃນການຕັດສິນໃຈຈ້າງງານໃດໆ.
JSI ເປັນອົງການທີ່ປອດໄພຕໍ່ເດັກ, ມີຄວາມປອດໄພ ແລະ ສະຫວັດດີການຂອງເດັກນ້ອຍແມ່ນເປັນບູລິມະສິດຂອງອົງການຂອງພວກເຮົາ. ພວກເຮົາມີຂັ້ນຕອນການຈ້າງງານທີ່ເຂັ້ມແຂງເພື່ອຮັບປະກັນວ່າພະນັກງານທຸກຄົນເໝາະສົມທີ່ຈະເຮັດວຽກຮ່ວມກັບເດັກນ້ອຍທີ່ເຂົ້າຮ່ວມໂຄງການນຂອງພວກເຮົາ. ໃບແຈ້ງໂທດຈະຖືກຮ້ອງຂໍເມື່ອຜູ້ສະໝັກໄດ້ຖືກຂັດເລືອກ ແລະ ຜ່ານຂະບວນການຈ້າງງານຂອງພວກເຮົາ.
ຜູ້ທີ່ສົນໃຈສະໝັກຕຳແໜ່ງນີ້ກະລຸນາຕື່ມຟອມສະໝັກທາງອອນລາຍທີ່ https://forms.gle/FmwEPEfqe6w8s4zy6. ປິດຮັບສະໝັກວັນທີ 27 ມີນາ 2026. ຖ້າທ່ານມີຄຳຖາມກ່ຽວກັບການສະໝັກ, ສາມາດສົ່ງອີເມວຫາພວກເຮົາໄດ້ທີ່ recruitment@la.jsi.com.
ໝາຍເຫດ: ພວກເຮົາຈະຮັບການສະໝັກຜ່ານລິ້ງເທົ່ານັ້ນ.
