Loading

ຮັບສະໝັກອາສາສະໝັກ: ຜູ້ຊ່ວຍໂຄງການ ແລະ ບໍລິຫານ

ອົງການ ARMI (Association for Rural Mobilisation and Improvement), ອົງການຈັດຕັ້ງສັງຄົມລາວທີ່ເຮັດວຽກເພື່ອຍົກສູງຄຸນນະພາບຊີວິດຂອງຊຸມຊົນໃນເຂດຊົນນະບົດ, ມີຄວາມຍິນດີປະກາດຮັບສະໝັກອາສາສະໝັກໃນຕຳແໜ່ງ ຜູ້ຊ່ວຍໂຄງການ ແລະ ບໍລິຫານ ຈຳນວນ 2 ຕຳແໜ່ງ.ຜູ້ທີ່ຖືກຄັດເລືອກຈະໄດ້ປະຈຳການຢູ່ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ເປັນໄລຍະເວລາ 6 ເດືອນ

ລາຍລະອຽດໜ້າວຽກ:

ອາສາສະໝັກຈະມີສ່ວນຮ່ວມໃນການສະໜັບສະໜູນວຽກງານຕ່າງໆຂອງໂຄງການ, ລວມທັງ:

  • ຊ່ວຍເຫຼືອວຽກງານດ້ານໂຄງການ ແລະ ການບໍລິຫານທົ່ວໄປ

  • ມີສ່ວນຮ່ວມໃນການຈັດຕັ້ງ ແລະ ປະສານງານກິດຈະກຳຕ່າງໆ

  • ຊ່ວຍເຫຼືອໃນການເກັບກຳຂໍ້ມູນທີ່ຈຳເປັນສຳລັບໂຄງການ

  • ປະຕິບັດໜ້າວຽກອື່ນໆຕາມການມອບໝາຍ

ເງື່ອນໄຂ ແລະ ສະຫວັດດີການ:

  • ເງິນສະໜັບສະໜູນລາຍເດືອນ 2,500,000 ກີບ

  • ສະໜອງໂທລະສັບສຳລັບການປະຕິບັດວຽກງານ

  • ໃນກໍລະນີທີ່ຕ້ອງເດີນທາງໄປປະຕິບັດວຽກງານຢູ່ຕ່າງແຂວງ, ທາງໂຄງການຈະຮັບຜິດຊອບຄ່າເດີນທາງ ແລະ ຄ່າທີ່ພັກ

ຄຸນສົມບັດຜູ້ສະໝັກ:

  • ຈົບການສຶກສາລະດັບປະລິນຍາຕີ ໃນສາຂາບໍລິຫານການເງິນ-ການບັນຊີ ຫຼື ບໍລິຫານທຸລະກິດ

  • ສັນຊາດລາວ, ອາຍຸບໍ່ເກີນ 35 ປີ

  • ມີທັກສະໃນການນຳໃຊ້ຄອມພິວເຕີ (Microsoft Word, Excel, PowerPoint, Email)

  • ມີຄວາມອົດທົນ, ກະຕືລືລົ້ນໃນການຮຽນຮູ້ສິ່ງໃໝ່ໆ ແລະ ມີຈິດໃຈອາສາ

ອົງການ ARMI ເປີດກວ້າງໃຫ້ບຸກຄົນທຸກເພດ, ຄົນພິການ ແລະ ຜູ້ສະໝັກຈາກກຸ່ມຊົນເຜົ່າຕ່າງໆ.[3]

ຂັ້ນຕອນການສະໝັກ:

ຜູ້ທີ່ສົນໃຈກະລຸນາສົ່ງເອກະສານດັ່ງລຸ່ມນີ້:

  • ປະຫວັດຫຍໍ້ (CV)

  • ຈົດໝາຍສະແດງຄວາມສົນໃຈ (Cover Letter) (ຖ້າມີ)

ມາທີ່ອີເມວ: pavina@armi.la ຫຼື ທາງ WhatsApp: +5682098587086 (ສາມາດຕິດຕໍ່ໄດ້ໃນເວລາລັດຖະການ).

ປິດຮັບສະໝັກວັນທີ 5 ກັນຍາ 2025, ເວລາ 17:00 ໂມງ.

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການ ARMI, ສາມາດເຂົ້າເບິ່ງໄດ້ທີ່ເວັບໄຊທ໌ www.armi.la.

Other jobs you might be interested in:

Flex Jobs
All Jobs
Freelancer
Log In
Back