![]()
ອົງການຊ່ວຍເຫຼືອເດັກສາກົນ (SCI) ເປັນອົງການທີ່ບໍ່ສັງກັດລັດຖະບານທີ່ຢູ່ໃນແຖວໜ້າເຮັດວຽກເພື່ອເດັກນ້ອຍໃນທົ່ວໂລກ. ພວກເຮົາຊ່ວຍເຫຼືອຊີວິດຂອງເດັກນ້ອຍ; ພວກເຮົາຕໍ່ສູ້ເພື່ອສິດທິຂອງເຂົາເຈົ້າ; ພວກເຮົາຊ່ວຍເຂົາເຈົ້າໃນການເຕີມເຕັມທ່າແຮງຂອງເຂົາເຈົ້າ. ພວກເຮົາເຮັດວຽກຮ່ວມກັນ, ກັບຄູ່ຮ່ວມງານຂອງພວກເຮົາ, ເພື່ອສ້າງແຮງບັນດານໃຈ ທີ່ກໍ່ໃຫ້ເກີດຄວາມກ້າວໜ້າໃນວິທີການທີ່ໂລກປະຕິບັດຕໍ່ເດັກນ້ອຍ ແລະ ເພື່ອເຮັດໃຫ້ເກີດການປ່ຽນແປງໃນຊີວິດຂອງເຂົາເຈົ້າໃນທັນທີ ແລະ ຍືນຍົງ.
ອົງການຊ່ວຍເຫຼືອເດັກສາກົນປະຈໍາ ສປປ ລາວ ຂໍເຊີນບັນດາບໍລິສັດກໍ່ສ້າງ ແລະ ສ້ອມແປງຕຶກອາຄານ ເຂົ້າຮ່ວມປະມູນສ້ອມແປງສຸກສາລາ ແລະ ໂຮງໝໍເມືອງທັງໝົດ 11 ແຫ່ງ ຢູ່ 3 ເມືອງ ຂອງ ແຂວງ ສາລະວັນ:
-ເມືອງທີ່ 1: ຢູ່ເມືອງຕະໂອ້ຍ, ແຂວງ ສາລະວັນ:
1/. ສຸກສາລາ ຕາຮວກ, 2/. ສຸກສາລາ ຕຸ້ມລີທົ່ງ, 3/. ສຸກສາລາ ສ້ອຍຕາມ, 4/. ໂຮງໝໍ ເມືອງຕະໂອ້ຍ
-ເມືອງທີ່ 2: ຢູ່ເມືອງ ຕຸ້ມລານ, ແຂວງ ສາລະວັນ:
5. ສຸກສາລາ ສະໂນ, 6/. ສຸກສາລາ ດອນຂະຍຸງ, 7/. ສູຸກສາລາ ລະມຶກ, 8/. ໂຮງໝໍເມືອງ ຕຸ້ມລານ
-ເມືອງທີ່ 3: ຢູ່ເມືອງສາລະວັນ, ແຂວງສາລະວັນ
9. ສຸກສາລາ ແກ້ງສິມ, 10. ສຸກສາລາ ຫ້ວຍຫຼາດ, 11/. ສຸກສາລາ ນາໂພ
ເຊີ່ງມີລາຍລະອຽດດັ່ງນີ້:
| ກິດຈະກຳ | ວັນທີ |
| ເປີດການປະມູນ | 01 ເມສາ 2026 |
| ຜູ້ສະໜອງເຂົ້າພົບຄະນະກໍາມະການຈັດຊື້ ເພື່ອສອບຖາມຂໍ້ມູນເພີ່ມເຕີມ ສໍາລັບການປະມູນ* | 09 ເມສາ 2026 |
| ມື້ສຸດທ້າຍຂອງການສອບຖາມຂໍ້ມູນກ່ຽວກັບການປະມູນ ທາງອີເມວ ** | 10 ເມສາ 2026 |
| ກຳນົດສົ່ງຊອງປະມູນ | 28 ເມສາ 2026 – ພາຍໃນ 4 ໂມງແລງ |
| ແຈ້ງຜົນການປະມູນ | 30 ເມສາ 2026 |
| ອອກສັນຍາມອບວຽກ | 05 ພຶດສະພາ 2026 |
ທ່ານສາມາດດາວໂຫຼດ ຂໍ້ມູນເພີ່ມເຕີມ ພ້ອມທັງແບບຟອມຕ່າງໆໄດ້ທີ່ ລິ້ງ: https://shorturl.at/rKhvt
* ກອງປະຊຸມຊີ້ແຈງກ່ອນການຍື່ນເອກະສານ: ເວລາຕອນເຊົ້າ, 9:00 – 12:00 ຂອງວັນພະຫັດ ວັນທີ 09 ເມສາ 2026, ທີ່ ຫ້ອງການ ອົງການຊ່ວຍເຫລືອເດັກ ປະຈໍາສາລະວັນ, ບ້ານ ນາໂດນ (ຂ້າງໂຮງຮຽນສ້າງຄູ), ເມຶອງສາລະວັນ, ແຂວງ ສາລະວັນ. ກະລຸນາລົງທະບຽນເຂົ້າຮ່ວມ ການປະມູນໄດ້ທີ່ ອີເມວ: pccommittee.laos@savethechildren.org ຫລື ໂທ 021 454201-3.
** ທ່ານສາມາດສອບກ່ຽວກັບການປະມູນທາງອີເມວໄດ້ທີ່: pccommittee.laos@savethechildren.org

