Application Deadline: ເດືອນຕຸລາ 18, 2026
  • Full-time
  • Savannakhet
  • Full-time  / 
  • GIS  / 
  • Savannakhet
Picture of The HALO Trust

The HALO Trust

Loading

The HALO Trust Laos is seeking a qualified candidate for the position of Senior Fleet Manager based in Sepon District, Savannakhet Province, Laos.

ຊື່ຕຳແໜ່ງ: ຜູ້ຈັດການອາວຸໂສພະແນກຄຸ້ມຄອງຍານພາຫະນະ (Senior Fleet Manager)

ສະຖານທີ່ເຮັດວຽກ: ເມືອງ ເຊໂປນ, ແຂວງ ສະຫວັນນະເຂດ

ຈຸດປະສົງຂອງຕໍາແໜ່ງ (Job Purpose)

ຜູ້ຈັດການພະແນກຍານພາຫະນະອາວຸໂສ ມີໜ້າທີ່ຮັບຜິດຊອບໃນການຮັບປະກັນວ່າຍານພາຫະນະ ແລະ ອຸປະກອນຈັກກົນທັງໝົດຂອງໂຄງການມີຄວາມປອດໄພ, ມີຄວາມໜ້າເຊື່ອຖື, ປະຕິບັດຕາມຂໍ້ກໍານົດ ແລະ ມີຄວາມພ້ອມສໍາລັບການນໍາໃຊ້ຢູ່ສະເໝີ. ຕໍາແໜ່ງນີ້ຈະໃຫ້ການນໍາພາດ້ານວິຊາການໃນການຄຸ້ມຄອງວຽກງານສູນສ້ອມແປງ, ການບໍາລຸງຮັກສາຍານພາຫະນະ, ການຄຸ້ມຄອງສາງອາໄຫຼ່ຍານພາຫະນະ, ການບໍລິຫານພະນັກງານຂັບລົດ ແລະ ການຕິດຕາມການນໍາໃຊ້ນໍ້າມັນເຊື້ອໄຟ.

ໜ້າທີ່ຮັບຜິດຊອບ (Key Responsibilities)

  • ການບໍາລຸງຮັກສາຍານພາຫະນະ: ຮັບປະກັນວ່າຍານພາຫະນະ ແລະ ອຸປະກອນຈັກກົນທັງໝົດໄດ້ຮັບການບໍາລຸງຮັກສາ, ສ້ອມແປງ ແລະ ກວດສອບຕາມມາດຕະຖານຂອງ ຮາໂລ.
  • ການຄຸ້ມຄອງການນໍາໃຊ້ຍານພາຫະນະ: ຮັບປະກັນວ່າແຜນການນໍາໃຊ້ ແລະ ຈັດສັນຍານພາຫະນະມີການປັບປຸງເປັນປະຈໍາ ແລະ ສາມາດຕອບສະໜອງຄວາມຕ້ອງການດ້ານການປະຕິບັດງານ.
  • ພະນັກງານຂັບລົດທີ່ປອດໄພ: ຄຸ້ມຄອງ ແລະ ຕິດຕາມພຶດຕິກໍາການຂັບຂີ່, ການອະນຸຍາດຂັບລົດ, ການປະເມີນຜົນ ແລະ ການຝຶກອົບຮົມພະນັກງານຂັບລົດ.
  • ຄັງອາໄຫຼ່, ນໍ້າມັນ ແລະ ການຄວບຄຸມຊັບສິນ: ຄວບຄຸມຄັງອາໄຫຼ່ຍານພາຫະນະ ໃຫ້ມີການຄຸ້ມຄອງສະຕັອກຢ່າງເໝາະສົມ ແລະ ປັບປຸງລະດັບການສັ່ງຊື້ຄືນ.
  • ສຸຂະພາບ, ຄວາມປອດໄພ ແລະ ການປະຕິບັດຕາມລະບຽບ: ດໍາເນີນການກວດສອບຄວາມປອດໄພໃນສູນສ້ອມແປງເປັນປະຈໍາ ແລະ ຮັບປະກັນວ່າການດໍາເນີນງານສອດຄ່ອງກັບຂໍ້ກໍານົດດ້ານສຸຂະພາບ ແລະ ຄວາມປອດໄພທັງໝົດ.

ຄຸນສົມບັດທີ່ຈໍາເປັນ (Required Qualifications)

  • ສໍາເລັດການສຶກສາໃນສາຂາ ວິສະວະກໍາກົນຈັກ, ເຕັກໂນໂລຢີຍານຍົນ, ການບໍລິຫານຍານພາຫະນະ, ການບໍລິຫານການຂົນສົ່ງ ຫຼື ສາຂາທີ່ກ່ຽວຂ້ອງ.
  • ມີປະສົບການຈຳນວນຫຼາຍ ໃນດ້ານການບໍລິຫານຍານພາຫະນະ, ການບໍລິຫານສູນສ້ອມແປງ, ລະບົບການບໍາລຸງຮັກສາຍານພາຫະນະ ຫຼື ວິສະວະກໍາຍານຍົນ.
  • ມີຄວາມຮູ້ເປັນຢ່າງດີກ່ຽວກັບ ການວິນິດໄສ ແລະ ການວິເຄາະບັນຫາຂອງຍານພາຫະນະ ລວມທັງເຂົ້າໃຈລະບົບກົນຈັກ, ລະບົບໄຟຟ້າ ແລະ ລະບົບໄຮໂດຣລິກ.
  • ມີທັກສະການສື່ສານທັງດ້ານການຂຽນ ແລະ ການເວົ້າເປັນຢ່າງດີທັງໃນ ພາສາລາວ ຫຼື ພາສາອັງກິດ.

Other jobs you might be interested in:

No results found.

ວຽກເຮັດໄດ້ຢູ່ບ້ານ
ວຽກທັງໝົດ
ບໍລິການຟຣີແລນ
ລົງວຽກ
Funding