ຮັບສະໝັກອາສາສະໝັກ: ຜູ້ຊ່ວຍໂຄງການ ແລະ ບໍລິຫານ ອົງການ ARMI (Association for Rural Mobilisation and Improvement), ອົງການຈັດຕັ້ງສັງຄົມລາວທີ່ເຮັດວຽກເພື່ອຍົກສູງຄຸນນະພາບຊີວິດຂອງຊຸມຊົນໃນເຂດຊົນນະບົດ, ມີຄວາມຍິນດີປະກາດຮັບສະໝັກອາສາສະໝັກໃນຕຳແໜ່ງ ຜູ້ຊ່ວຍໂຄງການ ແລະ ບໍລິຫານ ຈຳນວນ 2 ຕຳແໜ່ງ.ຜູ້ທີ່ຖືກຄັດເລືອກຈະໄດ້ປະຈຳການຢູ່ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ເປັນໄລຍະເວລາ 6 ເດືອນ ລາຍລະອຽດໜ້າວຽກ: ອາສາສະໝັກຈະມີສ່ວນຮ່ວມໃນການສະໜັບສະໜູນວຽກງານຕ່າງໆຂອງໂຄງການ, ລວມທັງ: ຊ່ວຍເຫຼືອວຽກງານດ້ານໂຄງການ ແລະ ການບໍລິຫານທົ່ວໄປ ມີສ່ວນຮ່ວມໃນການຈັດຕັ້ງ ແລະ ປະສານງານກິດຈະກຳຕ່າງໆ ຊ່ວຍເຫຼືອໃນການເກັບກຳຂໍ້ມູນທີ່ຈຳເປັນສຳລັບໂຄງການ ປະຕິບັດໜ້າວຽກອື່ນໆຕາມການມອບໝາຍ ເງື່ອນໄຂ ແລະ ສະຫວັດດີການ: ເງິນສະໜັບສະໜູນລາຍເດືອນ 2,500,000 ກີບ ສະໜອງໂທລະສັບສຳລັບການປະຕິບັດວຽກງານ ໃນກໍລະນີທີ່ຕ້ອງເດີນທາງໄປປະຕິບັດວຽກງານຢູ່ຕ່າງແຂວງ, ທາງໂຄງການຈະຮັບຜິດຊອບຄ່າເດີນທາງ ແລະ ຄ່າທີ່ພັກ ຄຸນສົມບັດຜູ້ສະໝັກ: ຈົບການສຶກສາລະດັບປະລິນຍາຕີ ໃນສາຂາບໍລິຫານການເງິນ-ການບັນຊີ ຫຼື ບໍລິຫານທຸລະກິດ ສັນຊາດລາວ, ອາຍຸບໍ່ເກີນ 35 ປີ