ພະນັກງານຝຶກງານຂອງໂຄງການ ປະຈຳແຂວງຄຳມ່ວນ
ກ່ຽວກັບອົງການ Swisscontact ສະວິດຄອນແທັກ ແມ່ນອົງການບໍ່ສະແຫວງຫາຜົນກໍາໄລ ສຸມໃສ່ການພັດທະນາເສດຖະກິດແບບຍືນຍົງໂດຍເນັັ້ນໃສ່ພາກສ່ວນເອກະຊົນເປັນຫຼັກ. ອົງການສະວິດຄອນແທັກ ໄດ້ເລີ່ມຈັດຕັ້ງປະຕິບັດວຽກງານຢູ່ ສປປ ລາວ ແຕ່ປີ 2013 ເປັນຕົ້ນມາ ໂດຍສຸມໃສ່ການພັດທະນາພາກເອກະຊົນໃນຂົງເຂດວຽກ: ອາຊີວະສຶກສາ, ເສດຖະກິດໝູນວຽນ ແລະ ການທ່ອງທ່ຽວແບບຍືນຍົງ. ກ່ຽວກັບໂຄງການ VTESS ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ (VTESS) ມີເປົ້າໝາຍເລັງໃສ່ການຍົກລະດັບລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ຂອງຜູ້ໄດ້ຮັບຜົນປະໂຫຍດຂອງໂຄງການ, ເຊິ່ງມີອາຍຸລະຫວ່າງ 15 ຫາ 35 ປີ ໂດຍການສະໜັບສະໜູນການຝຶກອົບຮົມອາຊີບ ແລະ ເຂົ້າເຖິງຕະຫຼາດແຮງງານ ຫຼື ກັບຄືນເຂົ້າສູ່ລະບົບການສຶກສາ. ລາຍລະອຽດຕຳແໜ່ງງານ ຜູ້ສະໝັກເປົ້າໝາຍ: ນັກຮຽນ/ນັກສຶກສາທີ່ຮຽນຈົບໃໝ່ ທີ່ຕ້ອງການຊອກຫາປະສົບການ ແລະ ຮຽນຮູ້ການເຮັດວຽກ ກັບ ອົງການຈັດຕັ້ງສາກົນ. ໄລຍະເວລາຂອງສັນຍາ: 6 ເດືອນ (ສາມາດຕໍ່ສັນຍາໄດ້ອີກ 1 ຄັ້ງ) ສະຖານທີ່ເຮັດວຽກ: ວິທະຍາໄລເຕັກນິກ-ວິຊາອາຊີບ ແຂວງ ຄຳມ່ວນ, ບ້ານ […]
ພະນັກງານຝຶກງານຂອງໂຄງການ ປະຈຳແຂວງຄຳມ່ວນ ອ່ານເພີ່ມເຕີມ »

