![]()
ເຊີນເຂົ້າຮ່ວມການປະມູນ
ສະມາຄົມພັດທະນາຊຸມຊົນບ້ານເຮົາ (ACD), ເປັນອົງການຈັດຕັ້ງທາງສັງຄົມທີ່ຖືກສ້າງຂື້ນໂດຍໄດ້ຮັບການອະນຸມັດ ຈາກກະຊວງພາຍໃນ, ສະບັບເລກທີ 390/ພນ, ລົງວັນທີ 28 ມິຖຸນາ 2013, ກຳລັງຊອກຫາບໍລິສັດເພື່ອມາຕິດຕັ້ງໂຊລາເຊວ ພາຍໃຕ້ໂຄງການ “ການເຂົ້າເຖິງໄຟຟ້າໂດຍຜ່ານພະລັງງານໝູນວຽນໃຫ້ແກ່ຊຸມຊົນທຸກຍາກ” ໃນ 5 ບ້ານເປົ້າໝາຍຂອງໂຄງການ: ປະສິງ (ເມືອງຕະໂອ້ຍ) ແລະ ລະເລາະ, ອາຊິງເໜືອ, ອາຊິງໃຕ້, ແລະ ອາໂມນ (ເມືອງສະໝ້ວຍ), ແຂວງສາລາວັນ.
# ເງື່ອນໄຂເຂົ້າຮ່ວມການປະມູນ ແລະ ເອກະສານທີ່ຈະຕ້ອງໄດ້ຄັດຕິດປະກອບມີ:
- ສຳເນົາໃບທະບຽນວິສະຫະກິດ
- ສຳເນົາໃບອະນຸຍາດດຳເນີນທຸລະກິດພາຍໃຕ້ກົດໝາຍ ສ.ປ.ປ. ລາວ
- ສຳເນົາໃບຈ່າຍອາກອນ ປີ 2023-2024
- ສຳເນົາໃບຢັ້ງຢືນການເງິນ ທີ່ມີມູນຄ່າທຽບເທົ່າ ຫຼື ຫຼາຍກວ່າ 50% ມູນຄ່າການກໍ່ສ້າງ
- ໃບຄິດໄລ່ລາຄາ (BoQ) ຄິດໄລ່ໃຫ້ຖືກຕ້ອງຕາມແບບຟອມທີ່ທາງສະມາຄົມສະໜອງໃຫ້
- ລາຄາທີ່ສະເໜີມາໃຫ້ເປັນສະກຸນເອີໂຣ, ລວມພາສີ, ປະທັບຕາໃສ່ທຸກໜ້າ
- ເອກະສານຢັ້ງຢືນປະສົບການໃນວຽກຄ້າຍຄືກັນ, ພ້ອມຂໍ້ມູນອ້າງອີງ
- ແຜນການເຮັດວຽກ ແລະ ກຳນົດເວລາລະອຽດ, ລວມທັງວັນທີສຳເລັດ
- ລາຍຊື່ພະນັກງານ, ວິສະວະກອນ ແລະ ອຸປະກອນທີ່ບໍລິສັດເປັນເຈົ້າຂອງ
- ໃບຮັບຮອງການລົງສຳຫຼວດສະຖານທີ່, ໂດຍເຊັນຢັ້ງຢືນຈາກນາຍບ້ານ
- ບໍລິສັດ/ບຸກຄົນ ຕ້ອງໄດ້ເຊັນຍອມຮັບນະໂຍບາຍການຄູ້ມຄອງເດັກ ແລະ ສົ່ງຢູ່ທີ່ ຫ້ອງການ ACD ກ່ອນລົງໄປເອົາຂໍ້ມູນຢູ່ບ້ານເປົ້າໝາຍໂຄງການ. (ພົວພັນຮັບແບບຟອມໄດ້ຈາກຜູ້ປະສານງານ)
# ວິທີການປະມູນ
ບໍລິສັດທີ່ສົນໃຈ ສາມາດຕິດຕໍ່ສອບຖາມ ແລະ ພົວພັນເອົາແບບຟອມໄດ້ທີ່:
- ທ່ານ ວັນໄຊ ພົງພານິດ: ໂທລະສັບ/WhatsApp: 020 9611 1759 / 034 211 038; ຫຼື
- ອີເມລ: acd.nong@gmail.com ພ້ອມ CC ໃຫ້ acd.vanxay@gmail.com
# ລາຍລະອຽດການສົ່ງເອກະສານ
ກະລຸນາປະກອບເອກະສານໃຫ້ຄົບຖ້ວນ ໃສ່ຊອງປິດ ສົ່ງຢູ່ທີ່ສະມາຄົມພັດທະນາຊຸມຊົນບ້ານເຮົາ (ACD) ແຂວງສາລາວັນ.
ກ່ອນວັນທີ 24 ຕຸລາ 2025, ບໍ່ກາຍ 16:00 ໂມງແລງ, ຖ້າສົ່ງເອກະສານຊ້າ ຈະບໍ່ຖືກພິຈາລະນາ.
# ການປະເມີນ ແລະ ການແຈ້ງຜົນ
- ຄະນະກຳມະການປະມູນ ຈະມີການຄັດເລຶອກຕາມເງື່ອນໄຂທີ່ລະບຸໄວ້ ເປັນ 3 ຜູ້ປະມູນ ທີ່ກົງກັບເງື່ອນໄຂຫຼາຍທີ່ສຸດ.
- ຜູ້ປະມູນທີ່ໄດ້ອັນດັບ 1 ຈະຖືກແຈ້ງພາຍໃນ 5 ວັນ ຫຼັງການປະເມີນ ແລະ ຕ້ອງຕອບກັບພາຍໃນ 3 ວັນ. ຈະມີການເຈລະຈາສັນຍາ ແລະ ເງື່ອນໄຂ ຕ່າງໆ, ໃນກໍລະນີຫາກຕົກລົງກັນບໍ່ໄດ້, ACD ຈະປະສານຫາອັນດັບ 2 ແລະ 3 ຕໍ່.
# ໝາຍເຫດ
- ບໍລິສັດທີ່ສະເໜີລາຄາ ທີ່ຕ່ຳກວ່າ ຫຼື ສູງເກີນ 10% ຂອງລາຄາປະມູນລວມຈະຖືກບໍ່ກົງຕາມເງື່ອນ.
- ບໍລິສັດມີຄວາມຮັບຜິດຊອບໃນຄ່າໃຊ້ຈ່າຍທັງໝົດທີ່ເກີດຂຶ້ນໃນລະຫວ່າງການປະຕິບັດໂຄງການ ແລະ ຕ້ອງແກ້ໄຂບັນຫາທີ່ກ່ຽວຂ້ອງກັບການກໍ່ສ້າງ.
- ຮັບປະກັນການປະຕິບັດຕາມນະໂຍບາຍຂອງ ACD ຢ່າງສົມບູນເພື່ອຮັກສາສິດໃນການເຂົ້າຮ່ວມ.
Call for Bid
Salavan, 22 September 2025
Association for Community Development (ACD), a Lao Civil Social Organization established under Ministry of Home Affairs Agreement No. 390/MoHA (dated 28 June 2013), is looking for a construction and installation of solar panel system for the project of “Access to electricity via renewable energies for poor communities” in five villages: Pasing (Ta Oy) and Raro, Axing Nue, Axing Tay, and Amone (Samouay), Salavan province. Interested companies are required to meet the following conditions:
- Legal Requirements
- Valid business registration certificate matching the business type.
- Business operating license under the laws of Lao PDR.
- Tax payment certificates for 2023 – 2024.
- Financial Requirements
- Bank statement or equivalent showing 50% of the construction value, secured from the bidding date.
- Technical Requirements
- Completed BoQ price quote using the provided format (adjustments must be noted and signed).
- Prices quoted in Euro, including tax, with every page stamped.
- Final quoted prices valid for 90 days (construction) or 45 days (equipment/supplies).
- Documents demonstrating experience in similar work, with references.
- Detailed work plan and timeline, including completion dates.
- List of personnel, engineers, and equipment owned by the company.
- Certification of site visit and inspection, signed by the village head.
- Ethical Requirements
- Signed acknowledgment of ACD’s Child Protection Policy which must be signed and submitted it to ACD Office before visiting the project target villages. Forms are provided by contact person.
- Bidding Method
Interested companies may review technical specifications in digital or paper format from contact person:
- Vanxay Phongphanith: Phone/WhatsApp: 020 9611 1759 / 034 211 038;
Email: acd.nong@gmail.com with CC to acd.vanxay@gmail.com
- Submission Details
Submit all required documents in a sealed envelope by 24 Oct 2025, 16:00 PM, to ACD Office in Salavan province. Late submissions will not be considered.
- Evaluation and Notification
- The bidding committees will evaluate submissions based on compliance with the listed conditions. The top three bidders will be shortlisted.
- The first-ranked bidder will be notified within 05 days of the evaluation and must respond within 3 days of notification. Contract negotiations will follow, and in case of disagreement, the second or third-ranked bidder may be considered accordingly.
- Important Notes
- Any price quotation below or higher than 10% of the total bid price will be disqualified.
- Companies are responsible for all expenses during the project site visit.
- Ensure complete compliance with ACD’s policies to maintain eligibility.
