![]()
ປະກາດຮັບສະໝັກພະນັກງານເກັບກຳຂໍ້ມູນ (ສຳລັບການປະເມີນຜົນໄລຍະກາງໂຄງການ)
ປະຫວັດໂຄງການ:
ອົງການ ຊ່ວຍເຫຼືອ ຂອງສາທາລະນະລັດ ເຊັກ ປະຈໍາ ສປປລາວ (People in Need – PIN), ຮ່ວມມືກັບ ກົມອຸຕຸນິຍົມ ແລະ ອຸທົກກະສາດ (DMH) ແລະ ບັນດາພະແນກກໃນຂັ້ນແຂວງ (ອັດຕະປື, ຈຳປາສັກ, ເຊກອງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ໄຊຍະບູລີ, ຫລວງພະບາງ ແລະ ສາລະວັນ), ກຳລັງຈັດຕັ້ງປະຕິບັດໂຄງການ “ຜັນຂະຫຍາຍລະບົບເຄືອຂ່າຍຕາໜ່າງການແຈ້ງເຕືອນໄພລ່ວງໜ້າຢູ່ ສປປ ລາວ”.
ໂຄງການມີຈຸດປະສົງເພື່ອ ເສີມສ້າງຂີດຄວາມສາມາດດ້ານລະບົບເຕືອນໄພລ່ວງໜ້າ ໂດຍການກໍ່ສ້າງ ແລະ ຕິດຕັ້ງເຄືອຂ່າຍສະຖານີອຸທົກກະສາດ ພ້ອມທັງຊ່ອງທາງການກະຈາຍຂ່າວສານ; ເສີມສ້າງຂີດຄວາມສາມາດຂອງເຈົ້າໜ້າທີ່ຂັ້ນສູນກາງ ແລະ ຂັ້ນແຂວງ ໃນການຕິດຕາມໄພພິບັດ ແລະ ກະຈາຍຂໍ້ຄວາມເຕືອນໄພ; ສົ່ງເສີມການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ (DRR) ແລະ ລະບົບເຕືອນໄພລ່ວງໜ້າ ໂດຍຜ່ານການຮ່າງແຄມເປນສ້າງຄວາມຕື່ນຕົວໃຫ້ແກ່ມວນຊົນ ແລະ ກິດຈະກຳການສົ່ງເສີມ; ໂດຍມີຈຸດປະສົງສະເພາະ ແມ່ນເພື່ອໃຫ້ອົງການປົກຄອງ ແລະ ຊຸມຊົນທ້ອງຖິ່ນ ໃນ ສປປ ລາວ ນຳໃຊ້ລະບົບເຕືອນໄພລ່ວງໜ້າແບບຄົບວົງຈອນ ແລະ ມີປະຊາຊົນເປັນສູນກາງ (EWS1393) ຢ່າງມີປະສິດທິຜົນ.
ເຊິ່ງເປັນສ່ວນໜຶ່ງຂອງໂຄງການ, ອົງການ PIN ຈະດຳເນີນການປະເມີນຜົນໄລຍະກາງ ເພື່ອ:
- (ກ) ປະເມີນຄວາມຄືບໜ້າ ໃນການບັນລຸຜົນໄດ້ຮັບ ແລະ ຜົນຜະລິດທີ 1 ຂອງໂຄງການ, ສິ່ງທ້າທາຍຕົ້ນຕໍ ແລະ ບົດຮຽນທີ່ຖອດຖອນໄດ້;
- (ຂ) ໃຫ້ຂໍ້ສະເໜີແນະຕົ້ນຕໍ ເພື່ອເສີມສ້າງການຖອດຖອນບົດຮຽນໃນລະດັບພາກສ່ວນຮ່ວມມື (Consortium) ແລະ ການຮວມເອົາປະເດັນຄວາມສະເໝີພາບຍິງ-ຊາຍ ແລະ ການມີສ່ວນຮ່ວມຂອງທຸກຄົນ (GESI);
- (ຄ) ໃຫ້ຄຳແນະນຳຕົ້ນຕໍ ໃນການເສີມສ້າງວຽກງານການຕິດຕາມ, ການປະເມີນຜົນ, ການຮຽນຮູ້ (MEAL) ແລະ ກົນໄກການຟັງຄວາມຄິດເຫັນ ແລະ ຂໍ້ຮ້ອງຮຽນ (CFRM);
- (ງ) ຮ່າງທິດສະດີການປ່ຽນແປງ (Theory of Change – ToC) ກ່ຽວກັບວິທີທີ່ໂຄງການສາມາດຂະຫຍາຍຂອບເຂດ/ຂະຫຍາຍຜົນ ແລະ ພັດທະນາກິດຈະກຳເພີ່ມເຕີມ ສຳລັບໂຄງການໃນອະນາຄົດ.
ດັ່ງນັ້ນ, ອົງການ PIN ຈຶ່ງມີຄວາມຕ້ອງການຮັບສະໝັກ ພະນັກງານເກັບກຳຂໍ້ມູນ (Enumerators) ທີ່ມີຄຸນສົມບັດເໝາະສົມ ຈຳນວນ 6 ທ່ານ ເພື່ອສະໜັບສະໜູນການເກັບກຳຂໍ້ມູນຂັ້ນພື້ນຖານ (Baseline data collection).
ຈຸດປະສົງ ແລະ ຂອບເຂດວຽກງານ
- ຈຸດປະສົງຫຼັກ ແມ່ນເພື່ອດຳເນີນການເກັບກຳຂໍ້ມູນທາງດ້ານປະລິມານ ແລະ ຄຸນນະພາບ ຢ່າງມີຄຸນນະພາບ ແລະ ຊັດເຈນ ສຳລັບການປະເມີນຜົນໄລຍະກາງ.
- ກຸ່ມເປົ້າໝາຍການສໍາພາດແມ່ນ ກັບປະຊາຊົນປະມານ 650 ທ່ານ ຢູ່ພື້ນທີ່ເມືອງ/ຕາແສງເປົ້າໝາຍ ໃນ 4 ແຂວງ.
- ການສຳພາດຜູ້ໃຫ້ຂໍ້ມູນຫຼັກ (KIIs) ກັບພາກສ່ວນກ່ຽວຂ້ອງ ຕາມການມອບໝາຍຂອງທີມງານການເກັບກຳຂໍ້ມູນໂດຍນຳໃຊ້ໂປຣແກຣມການສົ່ງຂໍ້ມູນທີ່ສຳເລັດແລ້ວ ຢ່າງຖືກຕ້ອງ ແລະ ທັນເວລາ.
ຂົງເຂດຄວາມຮັບຜິດຊອບຕົ້ນຕໍ
- ເຂົ້າຮ່ວມການຝຶກອົບຮົມ ແລະ ການທົດລອງເກັບກຳຂໍ້ມູນ (Pilot testing) ສຳລັບພະນັກງານເກັບຂໍ້ມູນ ຕາມທີ່ໄດ້ກຳນົດໄວ້ ກ່ອນການລົງປະຕິບັດງານຕົວຈິງ.
- ດຳເນີນການສຳພາດ ກັບບຸກຄົນທີ່ຖືກເລືອກ ໂດຍນຳໃຊ້ແບບສອບຖາມທີ່ໄດ້ຮັບການອະນຸມັດ.
- ດຳເນີນການສຳພາດຜູ້ໃຫ້ຂໍ້ມູນຫຼັກ (KIIs) ກັບພາກສ່ວນກ່ຽວຂ້ອງ ຕາມທີ່ໄດ້ຮັບການມອບໝາຍ.
- ປະຕິບັດຕາມຂັ້ນຕອນການສຸ່ມຕົວຢ່າງ ແລະ ການເລືອກຜູ້ໃຫ້ຂໍ້ມູນ ທີ່ໄດ້ຮັບການອະນຸມັດ.
- ນຳໃຊ້ໂປຣແກຣມ KoboCollect ໃນໂທລະສັບມືຖື/ແທັບເລັດ ແລະ ເຊື່ອມຂໍ້ມູນການສຳພາດທີ່ສຳເລັດແລ້ວເຂົ້າໃນລະບົບ.
- ນຳໃຊ້ວິທີການສື່ສານ ແລະ ການເຂົ້າເຖິງທີ່ເໝາະສົມ ເມື່ອສຳພາດບຸກຄົນທີ່ມີພື້ນຖານ ແລະ ຄວາມແຕກຕ່າງກັນ.
- ຮັບປະກັນວ່າໄດ້ຮັບການຍິນຍອມ (Informed consent) ກ່ອນການສຳພາດທຸກໆຄັ້ງ.
- ຮັກສາຄວາມລັບ ແລະ ປົກປ້ອງຂໍ້ມູນສ່ວນຕົວຂອງຜູ້ໃຫ້ຂໍ້ມູນ.
- ປະຕິບັດຕາມຂໍ້ກຳນົດດ້ານການປົກປ້ອງ, ການຄຸ້ມຄອງສິດທິ, ການປົກປ້ອງຂໍ້ມູນ ແລະ ຫຼັກຈໍລິຍະທຳຂອງກວດກາຂໍ້ມູນການສຳພາດທີ່ສຳເລັດແລ້ວປະຈຳວັນ ເພື່ອຮັບປະກັນວ່າຂໍ້ມູນ ມີຄວາມຖືກຕ້ອງ ແລະ ຄົບຖ້ວນ.
- ລາຍງານບັນຫາທ້າທາຍ, ຂໍ້ຮ້ອງຮຽນ, ຄວາມກັງວົນດ້ານການປົກປ້ອງ ຫຼື ບັນຫາການເຂົ້າເຖິງ ຕໍ່ຜູ້ຮັບຜິດຊອບງານ MEAL ໂດຍທັນທີ.
- ເຂົ້າຮ່ວມການປະຊຸມປະຈຳວັນຂອງທີມງານລົງພື້ນທີ່ ເພື່ອທົບທວນຄວາມຄືບໜ້າ ແລະ ແກ້ໄຂບັນຫາທ້າທາຍຕ່າງໆ.
- ໃຫ້ຄຳອະທິບາຍ ຫຼື ຂໍ້ມູນເພີ່ມເຕີມກ່ຽວກັບຂໍ້ມູນທີ່ເກັບກຳໄດ້ ເມື່ອມີການຮ້ອງຂໍຈາກທີມງານສາມາດດໍາເນີນການເກັບກຳຂໍ້ມູນແບບມີສ່ວນຮ່ວມຂອງທຸກຄົນ.
ຄຸນສົມບັດ ແລະ ປະສົບການທີ່ຕ້ອງການ
- ປະສົບການຢ່າງນ້ອຍ 1 ປີ ໃນການເກັບກຳຂໍ້ມູນ ຫຼື ການວິໄຈລົງພື້ນທີ່.
- ມີປະສົບການໃນການດຳເນີນການສຳພາດແບບມີໂຄງສ້າງ ແລະ/ຫຼື ການສຳພາດແບບເກັບຂໍ້ມູນທາງດ້ານຄຸນນະພາບ.
- ມີປະສົບການໃນການນຳໃຊ້ໂປຣແກຣມ (KoboCollect).
- ມີທັກສະການສື່ສານ ແລະ ການສ້າງສຳພັນທະພາບລະຫວ່າງບຸກຄົນທີ່ດີ.
