![]()
ກ່ຽວກັບອົງການ Swisscontact
ສະວິດຄອນແທັກ ແມ່ນອົງການບໍ່ສະແຫວງຫາຜົນກໍາໄລ ສຸມໃສ່ການພັດທະນາເສດຖະກິດແບບຍືນຍົງໂດຍເນັັ້ນໃສ່ພາກສ່ວນເອກະຊົນເປັນຫຼັກ. ອົງການສະວິດຄອນແທັກ ໄດ້ເລີ່ມຈັດຕັ້ງປະຕິບັດວຽກງານຢູ່ ສປປ ລາວ ແຕ່ປີ 2013 ເປັນຕົ້ນມາ ໂດຍສຸມໃສ່ການພັດທະນາພາກເອກະຊົນໃນຂົງເຂດວຽກ: ອາຊີວະສຶກສາ, ເສດຖະກິດໝູນວຽນ ແລະ ການທ່ອງທ່ຽວແບບຍືນຍົງ.
ກ່ຽວກັບໂຄງການ VTESS
ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ (VTESS) ມີເປົ້າໝາຍເລັງໃສ່ການຍົກລະດັບລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ຂອງຜູ້ໄດ້ຮັບຜົນປະໂຫຍດຂອງໂຄງການ, ເຊິ່ງມີອາຍຸລະຫວ່າງ 15 ຫາ 35 ປີ ໂດຍການສະໜັບສະໜູນການຝຶກອົບຮົມອາຊີບ ແລະ ເຂົ້າເຖິງຕະຫຼາດແຮງງານ ຫຼື ກັບຄືນເຂົ້າສູ່ລະບົບການສຶກສາ.
ລາຍລະອຽດຕຳແໜ່ງງານ
- ຜູ້ສະໝັກເປົ້າໝາຍ: ນັກຮຽນ/ນັກສຶກສາທີ່ຮຽນຈົບໃໝ່ ທີ່ຕ້ອງການຊອກຫາປະສົບການ ແລະ ຮຽນຮູ້ການເຮັດວຽກ ກັບ ອົງການຈັດຕັ້ງສາກົນ.
- ໄລຍະເວລາຂອງສັນຍາ: 6 ເດືອນ (ສາມາດຕໍ່ສັນຍາໄດ້ອີກ 1 ຄັ້ງ)
- ສະຖານທີ່ເຮັດວຽກ: ວິທະຍາໄລເຕັກນິກ-ວິຊາອາຊີບ ແຂວງ ຄຳມ່ວນ, ບ້ານ ດອນເຄື່ອນຊ້າງ, ເມືອງ ທ່າແຂກ, ແຂວງ ຄຳມ່ວນ
- ສະຫວັດດີການ: ຈະໄດ້ຮັບເງິນເບ້ຍລ້ຽງຫລາຍກວ່າ 5,000,000 ກີບ/ເດືອນ, ພ້ອມນະໂຍບາຍອື່ນໆ ເຊັ່ນ: ການຄຸ້ມຄອງປະກັນໄພປະກັນສຸຂະພາບ ແລະ ອຸບັດຕິເຫດ ຕະຫລອດໄລຍະຂອງສັນຍາ, ການກວດສຸຂະພາບປະຈໍາປີ.
ໜ້າວຽກ ແລະ ຄວາມຮັບຜິດຊອບ
- ຊ່ວຍລົງຂໍ້ມູນເອກະສານດ້ານການເງິນ, ການຈັດຊື້ ແລະ ການດໍາເນີນງານຂອງໂຄງການຕາມການຊີ້ນໍາຂອງຜູ້ປະສານງານຂັ້ນແຂວງ.
- ຊ່ວຍໃນການປັບປຸງ ແລະ ຈັດລະບຽບບັນທຶກໂຄງການ ແລະ ເອກະສານໃຫ້ເປັນລະບົບ, ມີປະສິດທິພາບ ແລະ ເຂົ້າເຖິງໄດ້ງ່າຍ.
- ສະໜັບສະໜູນການບໍລິຫານຫ້ອງການ (ສໍາເນົາ ແລະ ສະແກນເອກະສານ).
- ຊ່ວຍກະກຽມກອງປະຊຸມຂອງໂຄງການ ແລະ ການປະສານງານການຝຶກອົບຮົມ ແລະ ກອງປະຊຸມຕິດຕາມການຢືນຢັນຂອງຜູ້ເຂົ້າຮ່ວມ ແລະ ການກະກຽມເອກະສານ ແລະ ອຸປະກອນຕ່າງໆ.
- ສະໜັບສະໜູນວຽກການຈັດຊື້ຕາມການຊີ້ນຳຂອງຄະນະປະສານງານດ້ານວິຊາການຂັ້ນແຂວງ.
- ປະສານງານກັບທີມງານບໍລິຫານຂອງ ສະວິດຄອນແທັກ ນະຄອນຫຼວງວຽງຈັນ.
- ປະຕິບັດໜ້າທີ່ ແລະ ວຽກງານອື່ນໆ ຕາມການແນະນໍາຂອງຫົວໜ້າ.
ເງື່ອນໄຂຂອງຜູ້ສະໝັກ
- ລະດັບການສືກສາຈົບຊັ້ນກາງ ຫຼື ຊັ້ນສູງ ຫຼື ປະລິນຍາຕຼີ ຈາກວິທະຍາໄລ/ມະຫາວິທະຍາໄລ ສາຂາການເງິນ, ບໍລິຫານທຸລະກິດ ແລະ ສາຂາອື່ນໆ ທີ່ກ່ຽວຂ້ອງກັບວຽກການພັດທະນາການສຶກສາ (ໂດຍສະເພາະນັກສືກສາຈົບໃໝ່ ຫລື ຜູ້ຕ້ອງການຮຽນຮູ້ ແລະ ຊອກປະສົບການ).
- ລະດັບພາສາອັງກິດແມ່ນ ສາມາດສື່ສານເຂົ້າໃຈ, ເວົ້າ, ອ່ານ ແລະ ຂຽນໄດ້ ໃນລະດັບພື້ນຖານ.
- ລະດັບຄວາມຮູ້ພື້ນຖານທາງດ້ານ ຄອມພິວເຕີ ແລະ ອຸປະກອນການສື່ສານ (Phone, Fax, Internet, Microsoft Office).
- ມີຄວາມຮູ້ກ່ຽວກັບລະບົບການເຮັດວຽກຂອງ ໂຮງຮຽນວິຊາຊີບຈະພິຈາລະນາເປັນພິເສດ.
- ເຕັມໃຈທີ່ຈະສະໜັບສະໜູນຕາມການມອບໝາຍຂອງໂຄງການ, ມີຄວາມກະຕື້ລືລົ້ນ ແລະ ມັກຮັກໃນການຮຽນຮູ້.
ການຮັບສະໝັກ
ກະລູນາສົ່ງຊີວະປະຫວັດສະໝັກວຽກ (CV) ແລະ ເອກະສານທີ່ກ່ຽວຂ້ອງກັບການສະໝັກວຽກ ຜ່ານຊ່ອງທາງໃດໜຶ່ງດັ່ງນີ້:
- ແບບທີ 1: ສົ່ງທາງອີເມວ recruitment-sc-lao@swisscontact.org (ຫົວຂໍ້: Job applicant: Internship KHM for VTESS Project)
- ແບບທີ 2: ສົ່ງເອກະສານສະໝັກວຽກໄດ້ທີ່ ວິທະຍາໄລເຕັກນິກ-ວິຊາອາຊີບ ແຂວງ ຄຳມ່ວນ, ບ້ານ ດອນເຄື່ອນຊ້າງ, ເມືອງ ທ່າແຂກ ແລະ ແຂວງ ຄຳມ່ວນ ຫຼື ຕິດຕໍ່ຜູ້ປະສານງານຂັ້ນແຂວງໄດ້ທີ່ເບີໂທ: 856 20 91 901 342.
