![]()
ຜູ້ຄຸມງານພາກສະໜາມ (FS)
ບໍລິສັດ: MAG Lao PDR
ອຸດສາຫະກຳ: INGO / International Non-Governmental Organization
ປິດຮັບສະໝັກ: 02/Apr/2026
ຍອດເຂົ້າຊົມ: 13
-
ພາສາທີ່ຕ້ອງການ
English, Lao
-
ລະດັບການເຮັດວຽກ
Experienced (non-manager)
-
ປະສົບການ
1 – 2 Years
-
ການສຶກສາ
High School
ໜ້າທີ່ຮັບຜິດຊອບຫລັກ:
- ຮັບປະກັນໃຫ້ວຽກງານກວດກູ້, ການສຳຫຼວດ ແລະ ທຳລາຍລະເບີດ ມີຄວາມປອດໄພ, ມີປະສິດທິພາບ ແລະ ປະສິດທິຜົນ, ຖືກຕ້ອງຕາມມາດຕະຖານການປະຕິບັດງານ ແລະ ຕາມຫລັກວິຊາການທີ່ກ່ຽວ ຂ້ອງ.
- ຮັບປະກັນການວາງແຜນວຽກ ແລະ ການນຳໃຊ້ທີມງານ ໃຫ້ມີປະສິດທິຜົນ.
- ຕິດຕາມກວດກາການເຄື່ອນໄຫວວຽກງານ ແລະ ຕິດຕາມກວດກາຄຸນນະພາບຂອງການບໍລິຫານ ທີມງານ ໃຫ້ຖືກຕ້ອງຕາມມາດຕະຖານການປະຕິບັດງານ ແລະ ແນວທາງການຄຸ້ມຄອງຄຸນນະ ພາບ.
- ຮັບປະກັນວ່າຫົວໜ້າທີມ ແລະ ພະນັກງານຂອງທີມງານ ທຸກຄົນໄດ້ຮັບການລຸລ່ວງວຽກຢ່າງຖືກ ຕ້ອງ, ເຂົ້າໃຈນະໂຍບາຍ, ຫນ້າທີ່ ແລະ ຄວາມຮັບຜິດຊອບຕ່າງໆ, ຍຶດຫມັ້ນຕໍ່ມາດຕະຖານ ການປະຕິບັດງານ.
- ຮັບປະກັນຫົວໜ້າທີມຮັກສາລະບຽບວິໄນ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງທີມງານ ໃນເວລາເຮັດວຽກຢູ່ພາກສະຫນາມ.
- ຄຸ້ມຄອງການນຳໃຊ້ທາດລະເບີດ ແລະ ຮັບປະກັນໃຫ້ມີການບັນທຶກ ຫລື ໃຫ້ມີບັນຊີຕິດຕາມ ການນຳໃຊ້ ແລະ ຕິດຕາມທາດລະເບີດຝາກຢູ່ສາງ ທີ່ມີຄວາມຖືກຕ້ອງຊັດເຈນ ແລະ ສາມາດກວດກາໄດ້ທຸກເວລາ.
- ຊີ້ນຳພະນັກງານທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ໃນການວາງແຜນວຽກ ແລະ ການຈັດບຸລິມະສິດຫນ້າວຽກ.
- ຄວມຄຸມ ແລະ ຕິດຕາມກວດກາ ແຜນຮອງຮັບ ກໍລະນີສຸກເສີນທັງໝົດ ແລະ ມີຄວາມກຽມພ້ອມຢູ່ຕະຫລວດເວລາ.
ວຽກບໍລິຫານ
- ຊ່ວຍ POM ໃນການສະຫນອງຂໍ້ມູນເພື່ອເຮັດແຜນວຽກພາກສະຫນາມປະຈຳແຂວງ.
- ດຳເນີນການກວດ ຄຸນນະພາບ 100% ຂອງເອກະສານດັ່ງຕໍ່ໄປນີ້: ແຟ້ມເອກະສານກວດກູ້, ແຟ້ມເອກະສານການສຳຫຼວດທາງດ້ານວິຊາການ, ແຟ້ມເອກະສານທຳລາຍລະເບີດ, ເອກະສານບັນທືກການຈ່າຍດີນລະເບີດ ແລະ ບັນຊີອຸປະກອນຂອງທີມງານ.
- ລາຍງານການນຳໃຊ້ທາດລະເບີດປະຈຳເດືອນ ຂອງທີມທີ່ຢູ່ພາຍໃຕ້ການຊີ້ນຳຂອງຕົນ, ສົ່ງໃຫ້ POM ຕາມເວລາທີ່ໄດ້ກຳນົດໄວ້.
ໝາຍເຫດ: ລາຍລະອຽດໜ້າວຽກສະບັບເຕັມ ແມ່ນສາມາດຂໍໄດ້ຈາກຝ່າຍບຸກຄະລາກອນ.
ຄວາມຕ້ອງການ ແລະ ຄຸນວຸດທິ:
- ຕ້ອງຮຽນຈົບຫຼັກສູດການທຳລາຍລະເບີດ ຂັ້ນ 3 (EOD 3) ຂື້ນໄປ.
- ຕ້ອງມີປະສົບການໃນຕຳແໜ່ງຫົວໜ້າທີມຢ່າງໜ້ອຍ (2) ປີຂຶ້ນໄປ.
- ລະດັບວິຊາສະເພາະ ຈົບຊັ້ນສູງ ຫລື ປະລິນຍາຕີໃນສາຂາໃດໜຶ່ງ.
- ມີຄວາມເຂົ້າໃຈກ່ຽວກັບຂັ້ນຕອນໃນການປະຕິບັດວຽກຢູ່ໃນພາກສະໜາມ.
- ຄວາມຮູ້ດ້ານຄອມພິວເຕີ: ມີຄວາມຮູ້ພື້ນຖານໂປຼແກມ ໄມໂຄຮຊ໋ອບ ອ໋ອບຟິດ (ເຊັ່ນວ່າ: Excel, Word, and PowerPoint).
- ມີທັກສະຄວາມເປັນຜູ້ນຳສູງ ແລະ ສາມາດເຮັດໄດ້ຫຼາຍໜ້າວຽກ.
- ມີຄວາມສາມາດໃນການຂັບຂີ່ພາຫານະປະເພດລົດຈັກ ແລະ ມີໃບຂັບຂີ່ທີ່ຖືກຕ້ອງຕາມກົດໝາຍ
- ສາມາດເຮັດວຽກຢູ່ສະໜາມໄດ້ ແລະ ສາມາດອອກໄປເຮັດວຽກໄກບ້ານເປັນເວລາ 3 ອາທິດຕໍ່ເດືອນໄດ້.
- ສາມາດ ເວົ້າ ແລະ ຂຽນພາສາລາວໄດ້ເປັນຢ່າງດີ ແລະ ຖ້າສາມາດ ເວົ້າ ແລະ ຂຽນ ພາສາອັງກິດ ຈະພິຈາລະນາເປັນພິເສດ.
- ມີຄວາມໝັ້ນໃຈໃນການນຳໃຊ້ອຸປະກອນ IT ລວມມີ ແທັບເບຣັດ, ໂທລະສັບ ແລະ ຄອມພິວເຕີ.
- ມີຄວາມຮູ້ດ້ານລະບົບແຜນທີ່, ຮູ້ນໍາໃຊ້ GPS ແລະ ລະບົບ Google Earth.
- ເຄົາລົບຕໍ່ກັບນະໂຍບາຍພາຍໃນ ຂອງອົງການເກັບກູ້ລະເບີດ ແມັກ.
- ສາມາດເຮັດວຽກເປັນທີມໄດ້ດີ.
*ຕ້ອງມີໃນຂັບຂີ່ (ໃບຂັບຂີ່ລົດຈັກ: ປະເພດ A)
ອີງຕາມຄໍາຫມັ້ນສັນຍາຂອງອົງການເກັບກູ້ລະເບີດ ແມັກ ວ່າດ້ວຍນະໂຍບາຍດ້ານການປົກປ້ອງ, ການຄັດເລືອກຕໍາແຫນ່ງນີ້ແມ່ນຕ້ອງ ຜ່ານຂະບວນການກວດສອບປະຫວັດຄວາມເປັນມາ ເພື່ອຢັ້ງຢືນຄວາມຖືກຕ້ອງ ກ່ອນທີ່ຈະມີການສະເຫນີການຈ້າງງານ, ອົງການເກັບ ກູ້ລະເບີດແມັກ ມຸ່ງຫມັ້ນໃນຫຼັກການຂອງຄວາມຫຼາກຫຼາຍ, ສິດສະເຫມີພາບ ແລະ ການມີສ່ວນຮ່ວມ ແລະ ເປີດໂອກາດໃນການຈ້າງ ງານແບບເທົ່າທຽມກັນ. ຖ້າທ່ານຄິດວ່າ ທ່ານມີຄຸນວຸດທິເຫມາະສົມກັບບົດບາດຂອງຕໍາແຫນ່ງນີ້ ໃນອົງການຂອງພວກເຮົາ, ພວກເຮົາຍິນ ດີຕ້ອນຮັບການສະຫມັກງານຂອງທ່ານ ໂດຍບໍ່ຄໍານຶງເຖິງພື້ນຖານຄວາມເປັນຢູ່ຂອງທ່ານ. ພວກເຮົາມຸ່ງຫມັ້ນໃນການສະຫນອງສະພາບ ແວດລ້ອມໃນການເຮັດວຽກແບບມີສ່ວນຮວ່ມ ແລະ ໃຫ້ສະຫນັບສະຫນູນ ເພື່ອໃຫ້ພະນັກງານທຸກຄົນຮູ້ສຶກໄດ້ຮັບຄວາມເຄົາລົບ ແລະ ໄດ້ຮັບການສະຫນັບສະຫນູນ ແລະ ໃນການບັນລຸຄວາມອາດສາມາດຂອງເຂົາເຈົ້າ.
ທຸກໆຮູບແບບຂອງການຈ້າງງານ ແລະ ຂະບວນການຄັດເລືອກພະນັກງານ, ບໍ່ວ່າຈະເປັນການຈ້າງງານພະນັກງານໃຫມ່ຄັ້ງທໍາອິດ ຫຼື ການເລື່ອນຕໍາແຫນ່ງພະນັກງານພາຍໃນອົງການ ຈະອີງໃສ່ຄຸນສົມບັດ, ຄຸນວຸດທິ, ຄວາມສາມາດ, ຜົນການປະຕິບັດວຽກງານ ແລະ ຄວາມຕ້ອງການຂອງອົງການ, ອົງການເກັບກູ້ລະເບີດ ແມັກ (ຫຼື ພາກສ່ວນອື່ນໆ ທີ່ກ່ຽວຂ້ອງກັບຂະບວນການຄັດ ເລືອກພະນັກງານ ຂອງອົງການເກັບກູ້ລະເບີດ ແມັກ) ຈະບໍ່ເກັບຄ່າທໍານຽມ (ຫຼື ຮັບເອົາຂອງຂວັນ ຫຼື ສິ່ງຕອບ ແທນອື່ນໆ) ໃນທຸກຂັ້ນຕອນຂອງຂະບວນການຄັດເລືອກພະນັກງານ (ການປະກາດຮັບສະຫມັກວຽກ, ການສໍາ ພາດ, ການປະເມີນຜົນ), ຖ້າທ່ານມີຂໍ້ຂ້ອງໃຈກ່ຽວກັບຂະບວນການນີ້ ທ່ານສາມາດລາຍງານ ໃຫ້ອົງການຂອງພວກເຮົາ ຜ່ານທາງ ອີເມວ safeguarding.la@maginternational.org
ຂໍ້ກຳນົດ ແລະ ເງື່ອນໄຂ:
ອົງການເກັບກູ້ລະເບີດ ແມັກ ປະຈຳ ສປປ ລາວ ມີສະພາບແວດລ້ອມຂອງການເຮັດວຽກທີ່ດີ, ສະຫວັດດີການທີ່ດີ ແລະ ມີນະໂຍບາຍໃນການສົ່ງເສີມຝຶກອົບຮົມເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ກັບພະນັກງານ.
ຂັ້ນຕອນການສະໝັກສຳລັບຕຳແໜ່ງນີ້:
ພະນັກງານອົງການກັບກູ້ລະເບີດ ແມັກ ທີ່ສົນໃຈ ແລະ ມີເງື່ອນໄຂຄົບຖ້ວນ ສາມາດສະໝັກຕຳແໜ່ງນີ້ໄດ້. ຜູ້ສະໝັກຈໍາເປັນຕ້ອງກຽມ ແລະ ສົ່ງເອກະສານຕໍ່ໄປນີ້:
- ປະຫວັດຫຍໍ້ ອັບເດດລ່າສຸດ (CV) ແລະ ຈົດໝາຍສະໝັກວຽກ (Cover Letter)
- ສຳເນົາ/ສະແກນ ໃບຢັ້ງຢືນຮຽນຈົບຫລັກສູດ ວິຊາການເກັບກູ້ລະເບີດ EOD ຂັ້ນ 3
- ສຳເນົາ/ສະແກນ ໃບຂັບຂີ່
- ສຳເນົາປື້ມມະໂນຄົວ ຫຼື ບັດປະຈຳຕົວ
- ໃບຢັ້ງຢືນທີ່ຢູ່.
- ໃບຢັ້ງຢືນຄ້ຳປະກັນຈາກນາຍບ້ານທີ່ຢູ່ປັດຈຸບັນ.
- ສຳເນົາໃບຜ່ານງານ (ຖ້າມີ).
ເອກະສານການສະໝັກທັງໝົດ ແມ່ນໃຫ້ສົ່ງຜ່ານລິ້ງ: https://forms.gle/fKG3CKsF4bNX7GEd8
ຫຼື ສົ່ງທາງອີເມວມາທີ່: Human.Resources.Laos@maginternational.org
(ໂດຍລະບຸຫົວຂໍ້: “ຄໍາຮ້ອງສະໝັກຕໍາແໜ່ງ FS-KHM”)
ປິດຮັບຄຳຮ້ອງ: ເວລາ 4:00 ໂມງແລງ ວັນທີ 31 ມີນາ 2026.
ການສະໝັກທີ່ລ່າຊ້າຈາກເວລາທີ່ລະບຸຂ້າງເທິງຈະບໍ່ຖືກພິຈາລະນາ.
ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ຂ້ອງໃຈກ່ຽວກັບການສະໝັກວຽກ, ກະລຸນາຕິດຕໍ່ເບີໂທ: 020 55561745 / 020 55535625
