Loading

ຄວາມເປັນມາຂອງອົງການຈັດຕັ້ງ

JSI Research & Training Institute, Inc. (JSI) ແມ່ນອົງການສາກົນທີ່ບໍ່ຫວັງຜົນກຳໄລ ເຊິ່ງຕັ້ງຢູ່ສະຫະລັດ. JSI ເຮັດວຽກຢ່າງກວ້າງຂວາງກັບກະຊວງສາທາລະນະສຸກ ສປປ ລາວ ແລະ ຜູ້ໃຫ້ບໍລິການດ້ານສາທາລະນະສຸກເພື່ອຂະຫຍາຍການເຂົ້າເຖິງການບໍລິການດ້ານສຸຂະພາບດ້ານການຊ່ວຍຊີວິດ. JSI ມຸ່ງໝັ້ນທີ່ຈະປັບປຸງດ້ານສຸຂະພາບຂອງປະຊາກອນໂດຍຜ່ານວິທີການໃໝ່ໃນຂົງເຂດສາທາລະນະສຸກ, ລວມທັງສຸຂະພາບແມ່ ແລະ ເດັກແລະໂພຊະນາການ ແລະ ຂໍ້ມູນຍຸດທະສາດ ແລະ ການຄຸ້ມຄອງລະບົບຕ່ອງໂສ້ການສະໜອງ.

ໂຄງການສ້າງຄວາມເຂັ້ມແຂງດ້ານສຸຂະພາບແມ່ ແລະ ໂພຊະນາການ (LMCHN) ໃນ 5 ແຂວງຂອງ ສປປ ລາວ ແມ່ນໂຄງການທີ່ໄດ້ຮັບທຶນຈາກສະຫະລັດ ເປັນເວລາ 5 ປີ ໂດຍມີເປົ້າໝາຍເພື່ອຕໍ່ຍອດຈາກການລົງທຶນກ່ອນໜ້ານີ້ຂອງສະຫະລັດ ແລະ ລັດຖະບານລາວ ທີ່ຜ່ານມາ ເພື່ອປັບປຸງຜົນໄດ້ຮັບດ້ານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການທີ່ເປັນບູລິມະສິດໃນເຂດເປົ້າໝາຍຂອງ ສປປ ລາວ.

 

ຕຳແໜ່ງ:  ວິຊາການສຸຂະພາບແມ່ຂັ້ນແຂວງ

ລາຍງານຫາ:  ຜູ້ຈັດການໂຄງການຂັ້ນແຂວງ

ສະຖານທີ່: ເເຂວງ ສະຫວັນນະເຂດ 

                              

ສັງລວມໜ້າວຽກ

ວິຊາການສຸຂະພາບ ສຸຂະພາບແມ່ຂັ້ນແຂວງ ແມ່ນຕຳແໜ່ງພະນັກງານເຮັດວຽກເຕັມເວລາຂອງໂຄງການ LMNCH. ໜ້າທີ່ຮັບຜິດຊອບຫຼັກຂອງຕຳແໜ່ງນີ້ ແມ່ນຄຸ້ມຄອງການຈັດຕັ້ງປະຕີບັດກິດຈະກຳ ວຽກງານ ສຸຂະພາບແມ່ຂອງໂຄງການ LMNCH ໃນຂັ້ນແຂວງ ແລະ ເມືອງ. ວິຊາການ ສຸຂະພາບແມ່ຂັ້ນແຂວງ ຈະຕ້ອງໄດ້ສ້າງ ແລະ ຮັກສາສາຍພົວພັນກັບຜູ້ບໍລິຫານໃນຂະແໜງການສາທາລະນະສຸກໃນພື້ນທີ່ຂອງໂຄງການ ເພື່ອສະ ໜັບສະໜູນການສະໜອງການຊ່ວຍຊີວິດໃຫ້ແກ່ແມ່ຍິງຖືພາ ແລະ ຫຼັງເກີດ ແລະ ເດັກນ້ອຍ. ເຮັດວຽກຢ່າງໃກ້ຊິດຮ່ວມກັບຄູ່ຮ່ວມງານໃນຂັ້ນແຂວງ ແລະ ເມືອງ, ຫ້ອງການສາທາລະນະສຸກ, ໂຮງໝໍ ແລະ ສຸກສາລາເພື່ອຮັບປະກັນການຮ່ວມມື ແລະ ຄວາມກົມກຽວໃນກິດຈະກຳ. ເຮັດວຽກໃກ້ຊິດກັບທີມງານວິຊາການ ໃນການປະຕິບັດກິດຈະກຳຂອງໂຄງການ.

 

ຄວາມຮັບຜິດຊອບ ແລະ ໜ້າວຽກຫຼັກ

ຈັດຕັ້ງປະຕິບັດແຜນງານ, ຕິດຕາມ ແລະ ລາຍງານ

  • ຢູ່ພາຍໃຕ້ການຊີ້ນຳຂອງຜູ້ຈັດການໂຄງການຂັ້ນແຂວງ, ຮັບຜິດຊອບການຈັດຕັ້ງປະຕິບັດກິດຈະກຳ ວຽກງານສຸຂະພາບແມ່ ແລະ ເດັກເກີດໃໝ່ຂອງໂຄງການຢູ່ຂັ້ນແຂວງ ແລະ ເມືອງ ຢ່າງມີປະສິດທິຜົນ.
  • ດ້ວຍການເຮັດວຽກກັບຜູ້ຈັດການໂຄງການຂັ້ນແຂວງ, ໃນການນຳພາຈັດຕັ້ງປະຕິບັດ: (i) ການທົບທວນຄືນການເສຍຊີວິດຂອງແມ່ ແລະ ລູກ; (ii) ການຊ່ວຍເຫຼືອແພດໝໍ, ຜະດຸງຄັນ ແລະ ພະຍາບານ ເພື່ອໃຫ້ບໍລິການແມ່ ແລະ ເດັກເກີດໃໝ່ທີ່ສຳຄັນຢູ່ໂຮງໝໍແຂວງ.
  • ສະໜັບສະໜູນຜູ້ຈັດການໂຄງການຂັ້ນແຂວງ ແລະ ວິຊາການດ້ານສຸຂະພາບເດັກ ແລະ ໂພຊະນາການຂັ້ນແຂວງ, ໃນການຈັດຕັ້ງປະຕິບັດ: (i) ການຝຶກອົບຮົມໃຫ້ກັບພະນັກງານສາທາລະນະສຸກຂັ້ນເມືອງ ທີ່ກ່ຽວຂ້ອງກັບທັກສະການປິ່ນປົວ ແລະ ເບິ່ງແຍງແມ່ ແລະ ເດັກນ້ອຍເກີດໃຫມ່ຢູ່ໂຮງໝໍແຂວງ (ii) ການວາງແຜນຈຸນລະພາກໃນຂອບເຂດທົ່ວເມືອງເພື່ອສັກຢາກັນພະຍາດ ແລະ (iii) ສະໜັບສະໜູນ ແລະ ຕິດຕາມຊຸກຍູ້ສຳລັບການຄຸ້ມຄອງເດັກນ້ອຍຂາດສານອາຫານກະທັນຫັນແບບເຊື່ອມສານ.
  • ດໍາເນີນການລົງຕິດຕາມຢ້ຽມຢາມເຊື່ອມສານກັບຄູ່ຮ່ວມງານພາກລັດ.
  • ສະໜັບສະໜູນ ຫົວໜ້າວິຊາການປະຈຳແຂວງ ໃນການສ້າງແຜນວຽກຂອງແຂວງ ແລະ ຖ້າຫາກວ່າເໝາະສົມ, ສົ່ງບົດລາຍງານການຕິດຕາມກວດກາປະຈຳເດືອນ, ໄຕມາດ ແລະ ປະຈຳປີ.
  • ຕິດຕາມກິດຈະກຳ ໂດຍປະສານສົມທົບກັບພະນັກງານນຳພາດ້ານວິຊາການໂຄງການຂັ້ນແຂວງ ແລະ ອຳນາດການປົກຄອງເມືອງ ແລະ ກໍານົດຄວາມສ່ຽງຕໍ່ການຈັດຕັ້ງປະຕິບັດກິດຈະກຳ, ແຈ້ງໃຫ້ທີມງານແຂວງຮັບຮູ້;
  • ອັບເດດຄວາມຮູ້ໃໝ່ໆໃນທຸກຂົງເຂດເຕັກນິກທີ່ກ່ຽວຂ້ອງ.

 

ເປັນຕົວແທນ, ເຄືອຄ່າຍ ແລະ ການເຮັດວຽກເປັນທີມ

  • ເປັນຕົວແທນໃຫ້ໂຄງການເຂົ້າຮ່ວມກອງປະຊຸມດ້ານວິຊາການຂອງເມືອງ ແລະ ສ້າງ ແລະ ຮັກສາສາຍພົວພັນການເຮັດວຽກໃຫ້ປະສົບຜົນສໍາເລັດ.
  • ໃຫ້ຄຳແນະນຳແກ່ເພື່ອນຮ່ວມງານທີ່ຢູ່ຂັ້ນເມືອງ ໃນວຽກງານສຸຂະພາບແມ່ ແລະ ສຸຂະພາບຈະເລີນພັນ .
  • ເຮັດວຽກຮ່ວມກັນກັບສະມາຊິກຄົນອື່ນໆຂອງທີມງານຂັ້ນແຂວງ ການມີສ່ວນຮ່ວມໃນສະພາບແວດລ້ອມທີ່ມີການແບ່ງປັນ, ການໂຕ້ວາທີດ້ານວິຊາການ, ນະວັດຕະກໍາ ແລະ ການຮຽນຮູ້ເປັນສ່ວນຫນຶ່ງຂອງໜ້າວຽກປະຈໍາວັນ.
  • ປະຕິບັດພາລະບົດບາດ ແລະ ຄວາມຮັບຜິດຊອບອື່ນໆ ຕາມການມອບໝາຍຂອງຫົວໜ້າວິຊາການຂັ້ນແຂວງ.
  • ຮັບປະກັນວ່າໃນໜ້າທີ່ວຽກງານຂອງທ່ານ, ທ່ານຮັບຮູ້ເຖິງຫຼັກການ ແລະ ແນວທາງການປົກປ້ອງເດັກນ້ອຍ ແລະ ນຳໃຊ້ມັນເຂົ້າໃນວຽກງານປະຈຳວັນຂອງທ່ານທີ່ທ່ານພົວພັນກັບຊຸມຊົນ ແລະ ເດັກນ້ອຍ.
  • ຮັບປະກັນການສົ່ງເສີມການປະຕິບັດທີ່ປອດໄພຕໍ່ເດັກ ແລະ ການຫຼຸດຜ່ອນ, ການປ້ອງກັນ ແລະ ການລາຍງານການລະເມີດທີ່ເກີດຂຶ້ນກັບເດັກນ້ອຍເພື່ອຮັບປະກັນການປະຕິບັດຕາມກົດລະບຽບ.

 

ຄຸນວຸດທິ

  • ປະລິນຍາຕີວິທະຍາສາດການແພດ ເຊັ່ນ:ການພະຍາບານ ແລະ ຜະດຸງຄັນ.
  • ປະສົບການເຮັດວຽກ 2 ປີ ໃນສະຖານທີ່ໃຫ້ບໍລິການດ້ານສຸຂະພາບຂອງລັດ ຫຼື ໃນໂຄງການສຸຂະພາບແມ່ ແລະ ເດັກ ຫຼື ໂພຊະນາການ.
  • ທັກສະການສື່ສານດ້ານການເວົ້າ ແລະ ຂຽນ ດີເລີດ.
  • ມີປະສົບການໃນການດໍາເນີນການຝຶກອົບຮົມ ແລະ ກິດຈະກຳຊຸກຍູ້.
  • ມີຄວາມສາມາດເຮັດວຽກເປັນສ່ວນໜຶ່ງຂອງທີມທີ່ມີຄວາມຫຼາກຫຼາຍ.
  • ສາມາດໃຊ້ເວລາເຮັດວຽກ 40-50 % ຢູ່ພາກສະໜາມ ເພື່ອສະໜັບສະໜູນທີມງານໂຄງການຂັ້ນເມືອງ.

 

JSI ໃຫ້ໂອກາດເທົ່າທຽມກັນ; ນາຍຈ້າງທີ່ໃຫ້ຄວາມມຸ່ງໝັ້ນໃຫ້ມີຄວາມຫຼາກຫຼາຍໃນບ່ອນເຮັດວຽກ. ພວກເຮົາມຸ່ງຫມັ້ນທີ່ຈະສະໜອງໂອກາດການຈ້າງງານເທົ່າທຽມກັນສໍາລັບຜູ້ສະໝັກ ແລະ ພະນັກງານທີ່ມີຄຸນວຸດທິທັງໝົດໂດຍບໍ່ຄໍານຶງເຖິງອາຍຸ, ເຊື້ອຊາດ, ສີຜິວ, ຊາດກໍາເນີດ, ເຊື້ອສາຍ, ສາສະໜາ, ຄວາມເຊື່ອ, ເພດ, ຄວາມພິການ, ສະຖານະການແຕ່ງງານ, ອັດຕະລັກທາງເພດ, ຄວາມມັກທາງເພດ, ຂໍ້ມູນພັນທຸກໍາ, ຄວາມກ່ຽວຂ້ອງທາງດ້ານການເມືອງ , ສະຖານະຂອງການຖືເຊື້ອ HIV ຫຼື ສະຖານະພາບນັກຮົບເກົ່າທີ່ໄດ້ຮັບການປົກປ້ອງ ໃນການຕັດສິນໃຈຈ້າງງານໃດໆ. 

 

JSI ເປັນອົງການທີ່ປອດໄພຕໍ່ເດັກ, ມີຄວາມປອດໄພ ແລະ ສະຫວັດດີການຂອງເດັກນ້ອຍແມ່ນເປັນບູລິມະສິດຂອງອົງການຂອງພວກເຮົາ. ພວກເຮົາມີຂັ້ນຕອນການຈ້າງງານທີ່ເຂັ້ມແຂງເພື່ອຮັບປະກັນວ່າພະນັກງານທຸກຄົນເໝາະສົມທີ່ຈະເຮັດວຽກຮ່ວມກັບເດັກນ້ອຍທີ່ເຂົ້າຮ່ວມໂຄງການນຂອງພວກເຮົາ. ໃບແຈ້ງໂທດຈະຖືກຮ້ອງຂໍເມື່ອຜູ້ສະໝັກໄດ້ຖືກຂັດເລືອກ ແລະ ຜ່ານຂະບວນການຈ້າງງານຂອງພວກເຮົາ.

 

ຜູ້ທີ່ສົນໃຈສະໝັກຕຳແໜ່ງນີ້ກະລຸນາຕື່ມຟອມສະໝັກທາງອອນລາຍທີ່ https://forms.gle/FmwEPEfqe6w8s4zy6. ປິດຮັບສະໝັກວັນທີ 27 ມີນາ 2026. ຖ້າທ່ານມີຄຳຖາມກ່ຽວກັບການສະໝັກ, ສາມາດສົ່ງອີເມວຫາພວກເຮົາໄດ້ທີ່ recruitment@la.jsi.com.

ໝາຍເຫດ: ພວກເຮົາຈະຮັບການສະໝັກຜ່ານລິ້ງເທົ່ານັ້ນ.

Other jobs you might be interested in:

Flex Jobs
All Jobs
Freelancer
Log In
Back