Loading

ໜ້າທີ່ຮັບຜິດຊອບຫລັກ:

  • ຮັບປະກັນວ່າກິດຈະກຳ ການສຳຫຼວດທາງດ້ານວິຊາການ,ການກວດກູ້ ແລະ ທຳລາຍລູກລະເບີດບໍ່ທັນແຕກ ຖືກດຳເນີນໄປດ້ວຍຄວາມປອດໄພ, ມີປະສິດທິພາບ ແລະ ປະສິດທິຜົນ ຕາມມາດຕະຖານ ແລະ ຂັ້ນຕອນ ຂອງການປະຕິບັດວຽກ ແລະ ປື້ມຄູ່ມືດ້ານວິຊາການອື່ນໆທີ່ກ່ຽວຂ້ອງ.
  • ບໍລິຫານຄຸ້ມຄອງ ຜູ້ຄຸມງານພາກສະໜາມ ຕາມການຊີ້ນຳ ຂອງ ຫົວໜ້າຝ່າຍປະຕິບັດງານ ຂັ້ນແຂວງ ແລະ ໃຫ້ການສະໜັບສະໜູນໃນວຽກງານຝຶກອົບຮົມ ແລະ ຕິດຕາມກວດກາຮັບປະກັນຄຸນະພາບ.
  • ຮັບປະກັນຄຸນະພາບ ຂອງຂັ້ນຕອນການກວດກູ້/ທຳລາຍລະເບີດທີ່ບໍ່ທັນແຕກ ແລະ ການຄຸ້ມຄອງບໍລິຫານຈັດການໃນການນຳໃຊ້ທາດລະເບີດ ແລະ ເພື່ອຮັບປະກັນວ່າ ການນຳໃຊ້ທາດລະເບີດທັງໝົດ ແລະ ຈຳນວນທາດລະເບີດທີ່ມີຢູ່ແມ່ນມີຄວາມຖືກຕ້ອງຕາມການຊີ້ນຳຂອງ ຜູ້ຈັດການຝ່າຍປະຕິບັດງານພາກສະໜາມ ຂັ້ນແຂວງ.
  • ຊີ້ນຳ ພະນັກງານທີ່ຢູ່ພາຍໃຕ້ສາຍງານຂອງຕົນໃນການວາງແຜນວຽກ ແລະ ການຈັດບຸລິມະສິດຂອງກິດຈະກຳ.
  • ຄວບຄຸມ ແລະ ກວດສອບໃນການຮັບມືກັບສະຖານະການສຸກເສີນ ແລະ ຝຶກຊ້ອມໃນການຮັບມືກັບສະຖານະການດັ່ງກ່າວ.

ວຽກງານບໍລິຫານ:

  • ຊ່ວຍຜູ້ຈັດການຝ່າຍປະຕິບັດງານພາກສະໜາມ ຂັ້ນແຂວງ ໃນການພັດທະນາ ແຜນວຽກງານດ້ານວິຊາການ ປະຈໍາແຂວງ.
  • ຊ່ວຍໃນດ້ານວຽກງານເອກະສານທີ່ຈຳເປັນໃນສະໜາມ ໃຫ້ກັບ ຜູ້ຈັດການຝ່າຍປະຕິບັດງານພາກສະໜາມ ຂັ້ນແຂວງ ແລະ ຮັບປະກັນວ່າ ເອກະສານຕ່າງໆຂອງ ຜູ້ຊີ້ນຳພາກສະໜາມ ເປັນໄປຕາມເວລາທີ່ກຳນົດໄວ້.
  • ເຂົ້າຮ່ວມກອງປະຊຸມກ່ຽວກັບວຽກງານສະໜາມ ປະຈຳແຂວງຂອງທຸກໆເດືອນ ແລະ ການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ໄດ້ປະສິດທິພາບ.

ໝາຍເຫດ: ລາຍລະອຽດໜ້າວຽກສະບັບສົມບູນ ແມ່ນສາມາດຂໍໄດ້ຈາກຝ່າຍບຸກຄະລາກອນ.

ຄວາມຕ້ອງການ ແລະ ຄຸນວຸດທິ:

  • ຕ້ອງຮຽນຈົບຫຼັກສູດການທຳລາຍລະເບີດ ຂັ້ນ 3 (EOD 3) ຂື້ນໄປ.
  • ຕ້ອງມີປະສົບການໃນ ຕຳແໜ່ງ ຜູ້ຄຸມພາກສະໜາມ (FS) ຢ່າງໜ້ອຍ (2) ປີຂຶ້ນໄປ.
  • ລະດັບວິຊາສະເພາະ ຈົບຊັ້ນສູງ ຫລື ປະລິນຍາຕີໃນສາຂາໃດໜຶ່ງ.
  • ມີຄວາມເຂົ້າໃຈກ່ຽວກັບຂັ້ນຕອນໃນການປະຕິບັດວຽກຢູ່ໃນພາກສະໜາມ.
  • ຄວາມຮູ້ດ້ານຄອມພິວເຕີ: ມີຄວາມຮູ້ພື້ນຖານໂປຼແກມ ໄມໂຄຮຊ໋ອບ ອ໋ອບຟິດ (ເຊັ່ນວ່າ: Excel, Word, and PowerPoint).
  • ມີຄວາມຮູ້ດ້ານລະບົບແຜນທີ່, ຮູ້ນໍາໃຊ້ GPS ແລະ ລະບົບ Google Earth.
  • ມີທັກສະຄວາມເປັນຜູ້ນຳສູງ ແລະ ສາມາດເຮັດໄດ້ຫຼາຍໜ້າວຽກ.
  • ມີຄວາມສາມາດໃນການຂັບຂີ່ພາຫານະປະເພດລົດຈັກ ແລະ ມີໃບຂັບຂີ່ທີ່ຖືກຕ້ອງຕາມກົດໝາຍ
  • ສາມາດເຮັດວຽກຢູ່ສະໜາມໄດ້ ແລະ ສາມາດອອກໄປເຮັດວຽກໄກບ້ານເປັນເວລາ 3 ອາທິດຕໍ່ເດືອນໄດ້.
  • ສາມາດ ເວົ້າ ແລະ ຂຽນພາສາລາວໄດ້ເປັນຢ່າງດີ ແລະ ຖ້າສາມາດ ເວົ້າ ແລະ ຂຽນ ພາສາອັງກິດ ຈະພິຈາລະນາເປັນພິເສດ.
  • ມີຄວາມໝັ້ນໃຈໃນການນຳໃຊ້ອຸປະກອນ IT ລວມມີ ແທັບເບຣັດ, ໂທລະສັບ ແລະ ຄອມພິວເຕີ.
  • ເຄົາລົບຕໍ່ກັບນະໂຍບາຍພາຍໃນ ຂອງອົງການເກັບກູ້ລະເບີດ ແມັກ. 
  • ສາມາດເຮັດວຽກເປັນທີມໄດ້ດີ.

ອີງຕາມຄໍາຫມັ້ນສັນຍາຂອງອົງການເກັບກູ້ລະເບີດ ແມັກ ວ່າດ້ວຍນະໂຍບາຍດ້ານການປົກປ້ອງ, ການຄັດເລືອກຕໍາແຫນ່ງນີ້ແມ່ນຕ້ອງ ຜ່ານຂະບວນການກວດສອບປະຫວັດຄວາມເປັນມາ ເພື່ອຢັ້ງຢືນຄວາມຖືກຕ້ອງ ກ່ອນທີ່ຈະມີການສະເຫນີການຈ້າງງານ, ອົງການເກັບ ກູ້ລະເບີດແມັກ ມຸ່ງຫມັ້ນໃນຫຼັກການຂອງຄວາມຫຼາກຫຼາຍ, ສິດສະເຫມີພາບ ແລະ ການມີສ່ວນຮ່ວມ ແລະ ເປີດໂອກາດໃນການຈ້າງ ງານແບບເທົ່າທຽມກັນ. ຖ້າທ່ານຄິດວ່າ ທ່ານມີຄຸນວຸດທິເຫມາະສົມກັບບົດບາດຂອງຕໍາແຫນ່ງນີ້ ໃນອົງການຂອງພວກເຮົາ, ພວກເຮົາຍິນ ດີຕ້ອນຮັບການສະຫມັກງານຂອງທ່ານ ໂດຍບໍ່ຄໍານຶງເຖິງພື້ນຖານຄວາມເປັນຢູ່ຂອງທ່ານ. ພວກເຮົາມຸ່ງຫມັ້ນໃນການສະຫນອງສະພາບ ແວດລ້ອມໃນການເຮັດວຽກແບບມີສ່ວນຮວ່ມ ແລະ ໃຫ້ສະຫນັບສະຫນູນ ເພື່ອໃຫ້ພະນັກງານທຸກຄົນຮູ້ສຶກໄດ້ຮັບຄວາມເຄົາລົບ ແລະ ໄດ້ຮັບການສະຫນັບສະຫນູນ ແລະ ໃນການບັນລຸຄວາມອາດສາມາດຂອງເຂົາເຈົ້າ.

ທຸກໆຮູບແບບຂອງການຈ້າງງານ ແລະ ຂະບວນການຄັດເລືອກພະນັກງານ, ບໍ່ວ່າຈະເປັນການຈ້າງງານພະນັກງານໃຫມ່ຄັ້ງທໍາອິດ ຫຼື ການເລື່ອນຕໍາແຫນ່ງພະນັກງານພາຍໃນອົງການ ຈະອີງໃສ່ຄຸນສົມບັດ, ຄຸນວຸດທິ, ຄວາມສາມາດ, ຜົນການປະຕິບັດວຽກງານ ແລະ ຄວາມຕ້ອງການຂອງອົງການ, ອົງການເກັບກູ້ລະເບີດ ແມັກ (ຫຼື ພາກສ່ວນອື່ນໆ ທີ່ກ່ຽວຂ້ອງກັບຂະບວນການຄັດ ເລືອກພະນັກງານ ຂອງອົງການເກັບກູ້ລະເບີດ ແມັກ) ຈະບໍ່ເກັບຄ່າທໍານຽມ (ຫຼື ຮັບເອົາຂອງຂວັນ ຫຼື ສິ່ງຕອບ ແທນອື່ນໆ) ໃນທຸກຂັ້ນຕອນຂອງຂະບວນການຄັດເລືອກພະນັກງານ (ການປະກາດຮັບສະຫມັກວຽກ, ການສໍາ ພາດ, ການປະເມີນຜົນ), ຖ້າທ່ານມີຂໍ້ຂ້ອງໃຈກ່ຽວກັບຂະບວນການນີ້ ທ່ານສາມາດລາຍງານ ໃຫ້ອົງການຂອງພວກເຮົາ ຜ່ານທາງ ອີເມວ safeguarding.la@maginternational.org

ຂໍ້ກຳນົດ ແລະ ເງື່ອນໄຂ:

ອົງການເກັບກູ້ລະເບີດ ແມັກ ປະຈຳ ສປປ ລາວ ມີສະພາບແວດລ້ອມຂອງການເຮັດວຽກທີ່ດີສະຫວັດດີການທີ່ດີ ແລະ ມີນະໂຍບາຍໃນການສົ່ງເສີມຝຶກອົບຮົມເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ກັບພະນັກງານ.

 

ຂັ້ນຕອນການສະໝັກສຳລັບຕຳແໜ່ງນີ້:

ພະນັກງານອົງການກັບກູ້ລະເບີດ ແມັກ ທີ່ສົນໃຈ ແລະ ມີເງື່ອນໄຂຄົບຖ້ວນ ສາມາດສະໝັກຕຳແໜ່ງນີ້ໄດ້. ຜູ້ສະໝັກຈໍາເປັນຕ້ອງກຽມ ແລະ ສົ່ງເອກະສານຕໍ່ໄປນີ້:

  • ປະຫວັດຫຍໍ້ ອັບເດດລ່າສຸດ (CV) ແລະ ຈົດໝາຍສະໝັກວຽກ (ເຮັດເປັນຟາຍດຽວ)
  • ສຳເນົາ/ສະແກນ ໃບຢັ້ງຢືນຮຽນຈົບຫລັກສູດ ວິຊາການເກັບກູ້ລະເບີດ EOD ຂັ້ນ 3
  • ສຳເນົາ/ສະແກນ ໃບຂັບຂີ່
  • ສຳເນົາປື້ມມະໂນຄົວ ຫຼື ບັດປະຈຳຕົວ
  • ໃບຢັ້ງຢືນທີ່ຢູ່.
  • ໃບຢັ້ງຢືນຄ້ຳປະກັນຈາກນາຍບ້ານທີ່ຢູ່ປັດຈຸບັນ.
  • ສຳເນົາໃບຜ່ານງານ (ຖ້າມີ).

 

ເອກະສານການສະໝັກທັງໝົດ ແມ່ນໃຫ້ສົ່ງຜ່ານລິ້ງ: https://forms.gle/Whaq66XpWhG8GcJL8 

ຫຼື ສົ່ງທາງອີເມວມາທີ່: Human.Resources.Laos@maginternational.org

(ໂດຍລະບຸຫົວຂໍ້: ຄໍາຮ້ອງສະໝັກຕໍາແໜ່ງ SFS-KHM”)

ປິດຮັບຄຳຮ້ອງ: ເວລາ 4:00 ໂມງແລງ ວັນທີ 31 ມີນາ 2026.
ການສະໝັກທີ່ລ່າຊ້າຈາກເວລາທີ່ລະບຸຂ້າງເທິງຈະບໍ່ຖືກພິຈາລະນາ.

ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ຂ້ອງໃຈກ່ຽວກັບການສະໝັກວຽກ, ກະລຸນາຕິດຕໍ່ເບີໂທ: 020 55561745 / 020 55535625

Other jobs you might be interested in:

Flex Jobs
All Jobs
Freelancer
Log In
Back