ຮັບສະໝັກພະນັກງານ ອົງການແພລນສາກົນ ແມ່ນອົງການຈັດຕັ້ງສາກົນທີ່ຊ່ວຍເຫຼືອດ້ານມະນຸດສະທຳ ແລະ ການພັດທະນາ ໂດຍເນັ້ນໜັກໃສ່ການເສີມສ້າງຄວາມກ້າວໜ້າດ້ານສິດທິເດັກນ້ອຍ ແລະ ຄວາມເທົ່າທຽມດ້ານບົດບາດຍິງ-ຊາຍ, ປະຈຸບັນພວກເຮົາເຮັດວຽກຢູ່ ນະຄອນຫຼວງວຽງຈັນ, ແລະ 4 ແຂວງ: ບໍ່ແກ້ວ, ຫຼວງພະບາງ, ສາລະວັນ ແລະ ຈຳປາສັກ ໃນຂະແໜງການສາທາລະນະສຸກ, ການສຶກສາ, ການພັດທະນາໄວໜຸ່ມ ແລະ ພັດທະນາຊີວິດການເປັນຢູ່. ຕຳແໜ່ງ: ພະນັກງານຂັບລົດ, 1 ຕຳແໜ່ງ (ປະຈໍາຢູ່ ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ) ໜ້າທີ່ຮັບຜິດຊອບຫຼັກ: ກວດກາສະພາບລົດໃຫ້ມີຄວາມພ້ອມ (ສະອາດ ແລະ ເປັນລະບຽບຮຽບຮ້ອຍ) ພ້ອມໃຊ້ງານ. ກວດກາອຸປະກອນຕ່າງໆເຊັ່ນ: ຊຸດປະຖົມພະຍາບານເບື້ອງຕົ້ນ ແລະ ເຄື່ອງມືຕ່າງໆທີ່ຈຳເປັນກ່ອນອອກເດີນທາງ. ດູແລຜູ້ໂດຍສານທຸກຄົນໃຫ້ປະຕິບັດຕາມຄໍາແນະນໍາຄວາມປອດໄພການນໍາໃຊ້ຍານພາຫະນະຂອງອົງການ. ຮັບຜິດຊອບໃນການບັນທຶກຂໍ້ມູນ ກ່ຽວກັບການນຳໃຊ້ລົດ, ກວດກາລົດປະຈຳວັນ ແລະ ການເຕີມນໍ້າມັນລົດເປັນປະຈຳ. ໃຫ້ຄໍາປຶກສາຫາລືກັບທີມງານກ່ຽວກັບບັນຫາທາງດ້ານເຕັກນິກພາຫະນະ ແລະ ກວດກາສະພາບລົດໃຫຍ່ ແລະ ລົດຈັກໃຫ້ພ້ອມໃຊ້ງານ. ສະໜັບສະໜູນວຽກງານບໍລິຫານເຊັ່ນ: ຮັບ/ສົ່ງ ເອກະສານ, ຈັດສົ່ງເຄື່ອງລົງພາກສະໜາມ, ຊ່ວຍວຽກທົ່ວໄປພາຍໃນຫ້ອງການ. ສະໜັບສະໜູນວຽກງານອື່ນໆຕາມການມອບໝາຍຈາກຫົວໜ້າສາຍງານ.